ຜູ້ຮັກສາການລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ​ລາວ​ເຮັດ​ວຽກ​ຢູ່ຫວຽດ​ນາມ

ຜູ້ຮັກສາການລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ​ລາວ​ເຮັດ​ວຽກ​ຢູ່ຫວຽດ​ນາມ - ảnh 1
ທ່ານ ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ ​ເຈິ​ນດ​້າຍກວາງ ແລະ
ຜູ້​ຮັກສາ​ການລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​
ຄວາມ​ສະຫງົບລາວ ສົມ​ແກ້ວ ສີ​ລາ​ວົງ
(ພາບ:cand.com.vn)


(vovworld) –  ກ່າວ​ຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບ​ຜູ້​ຮັກສາ​ການລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ສົມ​ແກ້ວ ສີ​ລາ​ວົງ, ​ໃນຕອນ​ບ່າຍ​ວັນ​ທີ 6/7, ຢູ່ ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ​ເຈິ​ນດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ, ​ໄດ້​ເນັ້ນ​ໜັກ​ວ່າ : ​ໃນ​ໄລຍະ​ຜ່ານ​ມາ,​ ການ​ພົວພັນ​ຮ່ວມມືມິດຕະພາບ​ລະຫວ່າງ ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ໄດ້​ປະກອບສ່ວນ​​ໃນ​ການຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຮັບປະກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ພົນ​ເອກ ​ເຈິ່ນດ້າຍ​ກວາງ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ຈະປະຕິບັດ​ແຜນການ​ຮ່ວມ​ມື ລະຫວ່າງ 2 ກະຊວງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ; ຮັບ​ໃຊ້​​ໜ້າ​ທີ່​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ການ​ຕ່າງປະ​ເທດ​ຂອງ​ແຕ່ລະ​ປະ​ເທດ ຢ່າງ​ມີ​ປະສິດທິ​ຜົນ … ຜູ້​ຮັກສາ​ການລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ສົມ​ແກ້ວ ສີ​ລາວົງ ຢືນຢັນ​ວ່າ: ທ່ານ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ແບບ​ພິ​ເສດ ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ