ຜະລິດຕະພັນກະສິກຳອົງຄະທາດຂອງຫວຽດນາມ ໄດ້ສົ່ງໄປຍັງ 180 ປະເທດໃນໂລກ

(VOVWORLD) -ບັນດາຜະລິດຕະພັນອົງຄະທາດຂອງກະສິກຳຫວຽດນາມ ໄດ້ສົ່ງໄປຍັງ 180 ປະເທດໃນໂລກ, ໃນນັ້ນມີບັນດາຕະຫຼາດເຄັ່ງຂັດທາງດ້ານມາດຖານທີ່ສຸດຄື: ອາເມລິກາ, ຍີ່ປຸ່ນ, ອັງກິດ, ສ.ເກົາຫຼີ…

ຜະລິດຕະພັນກະສິກຳອົງຄະທາດຂອງຫວຽດນາມ ໄດ້ສົ່ງໄປຍັງ 180 ປະເທດໃນໂລກ - ảnh 1(ຮູບແບບລ້ຽງໝູປອດສານພິດ)

ວັນທີ 22 ພະຈິກ, ຢູ່ນະຄອນເຫ້ວ, ສູນສົ່ງເສີມກະສິກຳ - ສິນໃນນ້ຳແຫ່ງຊາດຫວຽດນາມ ໄດ້ສົມທົບກັບກຸ່ມບໍລິສັດ ເກ໊ເລີມ ຈັດເວທີປາໄສສົ່ງເສີມການພັດທະນາກະສິກຳອົງຄະທາດ. ຂໍ້ມູນທີ່ໄດ້ຍົກອອກມາທີ່ເວທີປາໃສໃຫ້ຮູ້ວ່າ: ບັນດາຜະລິດຕະພັນອົງຄະທາດຂອງກະສິກຳຫວຽດນາມ ໄດ້ສົ່ງໄປຍັງ 180 ປະເທດໃນໂລກ, ໃນນັ້ນມີບັນດາຕະຫຼາດເຄັ່ງຂັດທາງດ້ານມາດຖານທີ່ສຸດຄື: ອາເມລິກາ, ຍີ່ປຸ່ນ, ອັງກິດ, ສ.ເກົາຫຼີ… ເພື່ອບັນລຸໄດ້ຜົນງານດັ່ງກ່າວແມ່ນຍ້ອນສູນສົ່ງເສີມກະສິກຳ - ສິນໃນນ້ຳແຫ່ງຊາດຫວຽດນາມ ໄດ້ຊຸກຍູ້ການຜະລິດກະສິກຳອົງຄະທາດຜ່ານບັນດາການເຄື່ອນໄຫວສົ່ງເສີມກະສິກຳ - ສິນໃນນ້ຳ ໄດ້ສ້າງຮູບການສະເໜີ, ຝຶກອົບຮົມ ແລະ ໂຄສະນາ. ທ່ານເລກ໊ວກແທັງ, ຫົວໜ້າສູນສົ່ງເສີມກະສິກຳ - ສິນໃນນ້ຳແຫ່ງຊາດ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າມີບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະດ້ານກະສິກຳອົງຄະທາດ, ກຸ່ມບໍລິສັດ ເກ໊ເລິມ ມີເຂົ້າສານອົງຄະທາດ ແລະ ຫວ່າງມໍ່ໆມານີ້ແມ່ນມີຂັ້ນຕອນລ້ຽງສັດປອດສານພິດ. ນອກນັ້ນ, ທາງສູນກໍ່ມີການສ້າງຫຼາຍຮູບການຢູ່ບັນດາທ້ອງຖິ່ນຄື: ຜະລິດຜັກ, ສິນໃນນ້ຳຊະນິດຕ່າງໆ, ກາເຟ, ໝາກພິກໄທ ຕາມທິດອົງຄະທາດ”.

ຕອບກັບ

ຂ່າວ/ບົດ​ອື່ນ