ຜູ້ແທນ 800 ຄົນເຂົ້າຮ່ວມ ກອງປະຊຸມໃຫຍ່ທົ່ວປະເທດສະຫະພັນຊາວໜຸ່ມຫວຽດນາມ ຄັ້ງທີ 7

ຜູ້ແທນ 800 ຄົນເຂົ້າຮ່ວມ ກອງປະຊຸມໃຫຍ່ທົ່ວປະເທດສະຫະພັນຊາວໜຸ່ມຫວຽດນາມ ຄັ້ງທີ 7 - ảnh 1
(ຜູ້ແທນ 800 ຄົນເຂົ້າຮ່ວມກອງປະຊຸມໃຫຍ່ທົ່ວປະເທດ
ສະຫະພັນຊາວໜຸ່ມຫວຽດນາມ ຄັ້ງທີ 7)


(vovworld) – ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ສະຫະ​ພັນ​ຊາວ​ໜຸ່ມ​ຫວຽດນາມ ຄັ້ງ​ທີ 7 ຈະ​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 27 – 29/12, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດການ​ດ້ານ​ການ​ເມືອງ​ທ່ິສຳຄັນ​ຂອງ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ, ​ແມ່ນວັນ​ບຸນ​ສາມັກ​ຄີ​ຊາວ​ໜຸ່ມ​ຫວຽດນາມ ທຸກ​ຊັ້ນ​ວັນນະ, ​ເປັນ​ຂີດ​ໝາຍ​​ແຫ່ງ​ການ​ພັດທະນາ​ໃໝ່​ຂອງ​ອົງການ​ຈັດ​ຕັ້ງສະມາ​ຄົມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ. ມີ​ຜູ້​ແທນ 800 ຄົນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຢ່າງ​ເປັນ​ທາງ​ການ ​ນັ້ນແມ່ນ​ບັນດາພະນັກງານ, ສະມາຊິກຊາວ​ໜຸ່ມ​ທີ່​ດີ​ເດັ່ນ ​ແລະ ຊາວ​ໜຸ່ມ​ດີ​ເດັ່ນ​ໃນທຸກ​ຂົງ​ເຂດ​ຂອງ 54 ຊົນ​ເຜົ່າ; ​ເປັນ​ຕົວ​ແທນໃຫ້​ບັນດາ​ຜູ້​ມີ​ຍົດ​ຖາບັນດາສັກ​ໜຸ່ມ, ຊາວ​ໜຸ່ມກຳລັງ​ປະກອບ​ອາ​ວຸດ, ນັກທຸລະກິດ​ໜຸ່ມ, ນັກ​ປັນຍາ​ຊົນ​ໜຸ່ມ…

        ດ້ວຍ​ຈິດ​ໃຈ “ສາມັກຄີ, ມີ​ຫົວຄິດ​ປະດິດ​ສ້າງ, ມີຄວາມ​ຮັບຜິດ​ຊອບ, ອຸທິດ​ສ່ວນ”, ບັນດາ​ຜູ້​ແທນ​ຈະ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ສະຫະ​ພັນ​ຊາວ​ໜຸ່ມ​ຫວຽດນາມ ຄັ້ງ​ທີ 6 (ອາຍຸ​ການ 2010 - 2014); ກຳນົດ​ຄາດໝາຍ, ທິດ​ທາງ, ໜ້າ​ທີ່​ປະຕິບັດ​ງາ​ນຂອງ​ສະມາຄົມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ​ອາຍຸ​ການ 2014 – 2019. ກອງ​ປະຊຸມ​ໃຫຍ່​ກໍ່​ຈະ​​ເຈລະຈາເລືອກ​ຕັ້ງ​ຄະນະ​ກຳມະການ​ສູນ​ກາງ​ສະມາຄົມ​ຊາວ​ໜຸ່ງຫວຽດນາມ ຊຸດ​ທີ 7, ອາຍຸ​ການ 2014 – 2019 ​ເພື່ອ​ຕາງໜ້າ​ໃຫ້​​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ຄວາມ​ຕັດສິນ​ໃຈ​ຂອງຊາວ​ໜຸ່ມ​ຫວຽດນາມ ທຸກ​ຊັ້ນ​ວັນນະ.

ຂ່າວ/ບົດ​ອື່ນ