ຜູ້​ແທນຊາວ​ໜຸ່ມຫວຽດ​ນາມ 7 ຄົນເຂົ້າ​ຮ່ວມ​ເວ​ທີ​ປ​າ​ໄສຊາວ​ໜຸ່ມອາ​ຊຽນຄັ້ງ​ທີ 11

(VOVWORLD) -ເຂົ້າຮ່ວມການເຄື່ອນໄຫວ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາຫົວຂໍ້ຄື: ການສຶກສາ, ພື້ນຖານເສດຖະກິດດີຈີຕອນ, ຊາວໜຸ່ມແລະປະຊາຄົມ.
ຜູ້​ແທນຊາວ​ໜຸ່ມຫວຽດ​ນາມ 7 ຄົນເຂົ້າ​ຮ່ວມ​ເວ​ທີ​ປ​າ​ໄສຊາວ​ໜຸ່ມອາ​ຊຽນຄັ້ງ​ທີ 11 - ảnh 1ຜູ້ແທນຊາວໜຸ່ມຫວຽດນາມ 7 ຄົນເຂົ້າຮ່ວມເວທີປາໄສຊາວໜຸ່ມອາຊຽນຄັ້ງທີ 11

ໂດຍໄດ້ຮັບຄຳເຊື້ອເຊີນຂອງຄະນະເລຂາອາຊຽນແລະກະຊວງວັດທະນະທຳ, ຊາວໜຸ່ມແລະກິລາບຣູໄນ, ສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ, ຈະຈັດສົ່ງຜູ້ແທນຊາວໜຸ່ມຫວຽດນາມດີເດັ່ນ 7 ຄົນເຂົ້າຮ່ວມເວທີປາໄສຊາວໜຸ່ມອາຊຽນຄັ້ງທີ 11 ເຊິ່ງໄດ້ຮັບການຈັດຕັ້ງຂຶ້ນໃນຕະຫຼອດເດືອນສິງຫາປີ 2021 ຕາມຮູບການທາງໄກ.

ດ້ວຍຫົວຂໍ້ “ກຽມພ້ອມໃຫ້ແກ່ອະນາຄົດໃນສະພາບການປົກກະຕິໃໝ່”, ເປົ້າໝາຍຂອງເວທີປາໄສເພື່ອແນໃສ່ສ້າງກາລະໂອກາດເພື່ອໃຫ້ຊາວໜຸ່ມອາຊຽນເຂົ້າຮ່ວມປຶກສາຫາລື, ຍົກອອກບັນດາຂໍ້ລິເລີ່ມ, ແນວຄວາມຄິດທີ່ກ່ຽວຂ້ອງເຖິງການຍົກສູງບົດບາດຂອງຊາວໜຸ່ມຕໍ່ການພັດທະນາແບບຍືນຍົງ, ສ້າງລະບົບຊາວໜຸ່ມກຽມພ້ອມກັບບັນດາກາລະໂອກາດແລະສິ່ງທ້າທາຍໃນອະນາຄົດ.

ເຂົ້າຮ່ວມການເຄື່ອນໄຫວ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາຫົວຂໍ້ຄື: ການສຶກສາ, ພື້ນຖານເສດຖະກິດດີຈີຕອນ, ຊາວໜຸ່ມແລະປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ