ຜູ້ແທນສາກົນຕີລາຄາສູງບັນດາເນື້ອໃນທີ່ນຳມາປຶກສາຫາລືໃນ IPU 132


ຜູ້ແທນສາກົນຕີລາຄາສູງບັນດາເນື້ອໃນທີ່ນຳມາປຶກສາຫາລືໃນ IPU 132 - ảnh 1
ບັນ​ດາ​ຜູ້​ແທນ​ສາ​ກົນ​ທີ່​ເຂົ້າ​ຮ່ວມ IPU 132

(vovworld)- ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງກອງ​ປະ​ຊຸມ​ສະ​ຫະ​ພັນ​ລັດ​ຖະ​ສ​ະ​ພາ​ສາ​ກົນ 132 (IPU 132 ), ວັນ​ທີ 30/3 ໄດ້​ດຳ​ເນີນ​ບັນ​ດາ​ກອງ​​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ປະ​ຈຳ​ກ່ຽວ​ກັບ​ສັນ​ຕິ​ພາບ ແລະ ຄວາມ​ສະ​ຫງົບ​ສາ​ກົນ, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ຮີບ​ດ່ວນ, ກອງ​ປະ​ຊຸມ ຄະ​ນະ​ກຳ​ມາ​ທິ​ການ​ປະ​ຈຳ​ກ່ຽວ​ກັບປະ​ຊາ​ທິ​ປະ​ໄຕ ແລະ ສິດ​ທິ​ມະ​ນຸດ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ວາ​ລະ​ປຶກ​ສາ​ຫາ​ລື​ຮ່າງ​ມະ​ຕິ “ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ແລະ ສິດ​ທິ​ມະ​ນຸດ”, ທ່ານ​ນາງ Dagmar Freitag ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ເຢັຍ​ລະ​ມັນ ຖື​ວ່າ :

   “ ບັນ​ຫາປະ​ຊາ​ທິ​ປະ​ໄຕ ແລະ ສິດ​ທິ​ມະ​ນຸດໃນ​ໄລ​ຍະ​ນີ້ ແມ່ນ​ຈຳ​ເປັນ​ທີ່​ສຸດ. ຢູ່ຫຼາຍ​ພາກ​ພື້ນ ແລະ ໃນ​ໂລກ, ຍັງ​ມີ​ປະ​ຊາ​ຊົນ​ບໍ່​ໄດ້​ດຳ​ລົງ​ຊີ​ວິດໃນ​ສັນ​ຕິ​ພາບ, ແຕ່​ລະ​ມື້​ຕ້ອງ​ຮັບ​ການ​ທໍ​ລະ​ມານ, ລະ​ເມີດ ສິດ​ທິ​ມະ​ນຸດ. ການ​ເຂົ້າ​ຮ່ວມ IPU 132ຂອງ 166 ປະ​ເທດ ຄັ້ງ​ນີ້ ແລະ ມະ​ຕິ​ທີ່​ເຂົາ​ເຈົ້າ​ໄດ້​ຮັ​ບ​ຮອງ​ເອົາ​ນັ້ນ ຈະ​ມີ​ຄວາມ​ສຳ​ຄັນ​ຕໍ່​ບັນ​ດາ​ປະ​ເທດ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ປະ​ກັນສິດ​ທິ​ມະ​ນຸດໃຫ້​ແກ່​ປະ​ຊາ​ຊົນ ”

     ສ່ວນ​ທ່າ​ນ Jose da Graca Diogo  ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ. De sao Tome ກ່າວ​ວ່າ :

    “ ນີ້​ແມ່ນ​ເນື້ອ​ໃນ​ທີ່​ສຳ​ຄັນ. ພວກ​ເຮົາ​ຄວນ​ມີ​ການ​ຮ່ວມ​ມື​ໃນ​ລະ​ດັບ​​ທົ່ວ​ໂລກ.  ເພາະ​ສ່ວນ​ບຸກ​ຄົນ​ໜຶ່ງ, ປະ​ເທດ​ໜຶ່ງ ແມ່ນບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້ ແລະ ພວກ​ເຮົາ​ພ້ອມ​ກັ​ນ​ມີ​ໜ້າ​ຢູ່​ທີ່ນ​ີ້ ເພື່ອ​ແກ້​ໄຂ​ບັນ​ຫາ​ລວມ. ຂ້າ​ພະ​ເຈົ້າ​ຖື​ວ່າ ຫົວ​ເລື່ອງ​ທີ່​ຫວຽດ​ນາມ​ຍົກ​ອອກ​ມານັ້ນ, ແມ່ນມີ​ຜົນປະ​ໂຫຍດ​ສຳ​ລັບ​ພວກ​ເຮົາ​ທັງ​ໝົດ. ມັນ​ສາ​ມາດ​ເຮັດ​ໃຫ້​ຄວາມ​ຮັບ​ຮູ້​ຂອງ​ແຕ່​ລະ​ປະ​ເທດ​ປ່ຽນ​ແປງ​ໄປ ແລະ ພວກ​ເຮົາ​ຄວນ​ຮ່ວ​ທ​ແຮງ​ຮ່ວມ​ໃຈ​ເພື່ອ​ກະ​ທຳ, ຮ່ວມ​ມື​ຢ່າງ​ໜັກ​ແໜ້ນກວ່າ  ”

ຂ່າວ/ບົດ​ອື່ນ