ຝຶກອົບຮົມວຽກງານໂຄສະນາການເລືອກຕັ້ງໃຫ້ແກ່ນັກຂ່າວບັນດາອົງການສື່ມວນຊົນ

(VOVWORLD) -ບັນດາຜູ້ແທນໄດ້ຮັບຟັງເອກະສານຊີ້ນຳການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026; ບັນດາຂໍ້ກຳນົດຂອງກົດໝາຍ, ແຜນການ, ການແນະນຳກ່ຽວກັບການເລືອກຕັ້ງ
ຝຶກອົບຮົມວຽກງານໂຄສະນາການເລືອກຕັ້ງໃຫ້ແກ່ນັກຂ່າວບັນດາອົງການສື່ມວນຊົນ - ảnh 1ກອງປະຊຸມຝຶກອົບຮົບວຽກງານໂຄສິນາໃຫ້ແກ່ການເລືອກຕັ້ງ
(ພາບ: tuoitre.vn)

ຕອນເຊົ້າວັນທີ 29 ມີນາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານໂຄສິນາໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໃຫ້ແກ່ນັກຂ່າວຂອງບັນດາອົງການອົງການສື່ມວນຊົນສູນກາງ ແລະ ຮ່າໂນ້ຍ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງເອກະສານຊີ້ນຳການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026; ບັນດາຂໍ້ກຳນົດຂອງກົດໝາຍ, ແຜນການ, ການແນະນຳກ່ຽວກັບການເລືອກຕັ້ງ, ມາດຕະຖານກ່ຽວກັບສະມາຊິກສະພາແຫ່ງຊາດ, ຜູ້ແທນສະພາປະຊາຊົນທຸກຂັ້ນ, ຂໍ້ກຳນົດກ່ຽວກັບການແນະນຳຜູ້ສະໝັກຮັບເລືອກຕັ້ງ, ສະໝັກຮັບເລືອກຕັ້ງເອງ, ສິດຜົນປະໂຫຍດ, ໜ້າທີ່ຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ; ກຳນົດທິດວຽກງານຖະແຫຼງຂ່າວກ່ຽວກັບການເລືອກຕັ້ງໃນໄລຍະຈະມາເຖິງ.

        ຕາມແຜນການຂອງຄະນະໂຄສະນາສຶກສາສູນກາງແລ້ວ, ວຽກງານໂຄສະນາຕ້ອງຮັບປະກັນຄຸນນະພາບ, ປະສິດທິຜົນ, ປະຢັດ, ບໍ່ອວດອ້າງ, ເປັນຮູບການ. ວຽກງານໂຄສະນາໄດ້ດຳເນີນນັບແຕ່ເດືອນ ມັງກອນ 2021, ສຸດຍອດແມ່ນໃນເດືອນ ເມສາ ຮອດວັນເລືອກຕັ້ງທີ 23 ພຶດສະພາ 2021 ແລະ ພາຍຫຼັງສິ້ນສຸດການເລືອກຕັ້ງ, ປະກາດໝາກຜົນການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ