ຝຣັ່ງ ຈັບຕົວຜູ້ຖືກສົງໄສວ່າ ມີສ່ວນກ່ຽວຂ້ອງເຖິງເຫດກໍ່ການຮ້າຍລົດຕຳ

(VOVWORLD) - ວັນທີ 09 ສິງຫາ, ຕຳຫລວດ ຝຣັ່ງ ຈັບຕົວຜູ້ຊາຍຄົນໜຶ່ງ ຖືສັນຊາດ Algeria ຖືກສົງໄສວ່າ


ມີສ່ວນກ່ຽວຂ້ອງເຖິງເຫດຂັບລົດຕຳໃສ່ບັນດານາຍທະຫານຢູ່ Levallois-Perrer, ທາງທິດເໜືອຊານກຳແພງນະຄອນ Paris ຂອງ ຝຣັ່ງ, ເຮັດໃຫ້ນາຍທະຫານ 6 ຄົນຖືກຮັບບາດເຈັບ. ຜູ້ຖືກສົງໄສຖືກກຳລັງຕຳຫລວດສະກັດກັ້ນ ເມື່ອກຳລັງຂັບລົດຍີ່ຫໍ້ BMW ຢູ່ທາງຫລວງພາກເໜືອນະຄອນ Paris ແລະ ໄດ້ຮັບຖືວ່າ ຈຳນຳໃຊ້ເພື່ອບຸກໂຈມຕີນາຍທະຫານ. 


ຕອບກັບ

ຂ່າວ/ບົດ​ອື່ນ