ຝຣັ່ງ,ອີຕາລີຍົກລະດັບເຕືອນໄພພາຍຫຼັງເຫດພົນລະເມືອງຝຣັ່ງຖືກປະຫານຊີວິດ

ຝຣັ່ງ,ອີຕາລີຍົກລະດັບເຕືອນໄພພາຍຫຼັງເຫດພົນລະເມືອງຝຣັ່ງຖືກປະຫານຊີວິດ - ảnh 1
(ພາບ​ປະ​ກອບ)

(vovworld) – ​ພາຍຫຼັງ​ພົນ​ລະ​ເມືອງ ຝ​ຣັ່ງ ຄົນ​ໜຶ່ງ ຖືກ​ທະ​ຫານ​ກະ​ບົດ​ຂຶ້ນ​ກັບ​ກຸ່ມ​ປະ​ກອບ​ອາ​ວຸດ Jund al – Khilifa ຢູ່​ພາກ​ຕາ​ເວັນ​ອອກ Algeria ລອບ​ຈັບ​ຕົວ ແລ​ະ ​ປະ​ຫານ​ຊີ​ວິດ, ຝ​ຣັ່ງ ແລະ ອີ​ຕາ​ລີ, ເຊິ່ງ​ແມ່ນ 2 ປະ​ເທດ​ພັນ​ທະ​ມິດ​ຂອງ ອາ​ເມ​ລິ​ກາ ໃນສຳ​ພັນ​ທະ​ມິດ​ຕ້ານກຸ່ມ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ, ໄດ້​ຍົກ​ລະ​ດັບ​ເຕືອນ​ໄພ​ສຳ​ລັບ​ບັນ​ດາ​ພົນ​ລະ​ເມືອງ​ຂອງ​ປະ​ເທດ​ຕ​ົນ​ຢູ່​ຕ່າງ​ປະ​ເທດ. ໃນ​ແຈ້ງ​ການ​ເມື່ອ​ວັນ​ທີ 25/9, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຝ​ຣັ່ງ ໃຫ້​ຮູ້​ວ່າ: ປາ​ຣີ ໄດ້​ເປີດ​ກ້​ວາງ​ບັນ​ຊີ​ລາຍ​ຊື່​ກ່າວ​ເຕືອນ​ສຳ​ລັບ​ພົນ​ລະ​ເມືອງ ຝ​ຣັ່ງ ຢູ່​ຕ່າງ​ປະ​ເທດ, ຈາກ 31 ປະ​ເທດ​ຂຶ້ນ​ເຖິງ 40 ປະ​ເທດ, ໃນ​ນັ້ນ​ມີ​ບັນ​ດາ​ປະ​ເທດ ອາ​ຊີ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ອີ​ຕາ​ລີ ໄດ້​ຍົກ​ລະ​ດັບ​ເຕືອນ​ໄຟ​​ຄວາມ​ສະ​ຫງົບ​ຂຶ້ນ​ລະ​ດັບ​ສູງ​ສຸດ. ຖະ​ແຫຼງ​ການ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ອີ​ຕາ​ລີ Angelino Alfano ຢັ້ງ​ຢືນ​ວ່າ “ໄພ​ນາບ​ຂູ່​ຈາກ IS ແມ່ນ​ຮ​້າຍ​ແຮງ, ແຕ່ ອີ​ຕາ​ລີ ໄດ້​ກຽມ​ພ້ອມ​ປະ​ເຊີນ​ໜ້າ​ກັບ​ພ​ວກ​ມັນ”.

ຂ່າວ/ບົດ​ອື່ນ