ຝຣັ່ງ,ເຢຍລະມັນສະເໜີສົ່ງເຮືອບິນບໍ່ມີຄົນຂັບເຖິງຢູແກຼນ

ຝຣັ່ງ,ເຢຍລະມັນສະເໜີສົ່ງເຮືອບິນບໍ່ມີຄົນຂັບເຖິງຢູແກຼນ - ảnh 1
ເຮືອ​ບິນບໍ່​ມີ​ຄົນ​ຂັບ
(ພາບ: TTXVN)

(vovworld) – ວັນ​ທີ 29/9, ກະ​ຊວງ​ການ​ຕ່າງ​ປະ​ເທດ ຝ​ຣັ່ງ ປະ​ກາດ​ວ່າ: ຝ​ຣັ່ງ ແລະ ເຢຍ​ລະ​ມັນ ໄດ້​ສະ​ເໜີ​ຜັນ​ຂະ​ຫຍາຍ​ບັນ​ດາ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວ​ດ​ກາ​​ສັນ​ຍາ​ຢຸດ​ຍິງ​ຢູ່ພາກຕາ​ເວັນ​ອອກ ຢູ​ແກຼນ ໃນ​ຂອບ​ເຂດ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຮ່ວມ​ມື ເອີ​ລົບ (OSCE). ທີ່​ການ​ປະ​ຊຸມ​ຂ່າວ​​ປະ​ຈຳ​ວັນ, ໂຄ​ສົກ​ຂອງ​ກະ​ຊວງ​ດັ່ງ​ກ່າວ, ທ່ານ Romain Nadal ຢັ້ງ​ຢືນ​ວ່າ: ຕາມ​ຂໍ້​ສະ​ເໜີ​ຂອງ OSCE ຢູ່ ເອີ​ລົບ, ຝ​ຣັ່ງ ແລະ ເຢຍ​ລະ​ມັນ ໄດ້​ສະ​ເໜີ​ສະ​ໜອງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ເພື່ອ​ຕິດ​ຕາມກວດ​ກາ​ເລື່ອງ​ປະ​ຕິ​ບັດ​​ສັນ​ຍາ​ຢຸດ​ຍິງ​ລະ​ຫວ່າງກອງ​ທັບ​ລັດ​ຖະ​ບານ ຢູ​ແກຼນ ແລະ ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່​ພາກ​ຕາ​ເວັນ​ອອກ.

        ໃນ​ຂະ​ນະ​ນັ້ນ, ໂດຍບໍ່​ຫົວ​ຊາ​ຕໍ່​​ສັນ​ຍາ​ຢຸດ​ຍິງ​ທີ່​ບັນ​ລຸ​ໄດ້​ໃນ​ວັນ​ທີ 5/9, ບັນ​ດາ​ການ​ປະ​ທະ​ກັນ​ຍັງ​ຄົງ​ເກີດ​ຂຶ້ນ​ຢູ່​ອ້ອມ​ແອ້ມ​ສະ​ໜາມ​ບິນ​ສາ​ກົນ Donetsk ຢູ່ພາກຕາ​ເວັນ​ອອກ ຢູ​ແກຼນ. ວົງ​ການ​ເຈົ້າ​ໜ້າ​ທີ່​ຢູ​ແກຼນ ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 29/9, ຢ່າງ​ໜ້ອຍ​ສຸດ​ມີ 21 ຄົນ​ເສ​ຍ​ຊີ​ວິດ ແລະ 37 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ​ລະ​ຫວ່າງກອງ​ທັບ​ລັດ​ຖະ​ບານ ແລະ ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ.


ຂ່າວ/ບົດ​ອື່ນ