ຝ​ລັ່ງ ຈັດ​ກອງ​ປະ​ຊຸມ​ດ່ວນ ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແນ​ໃສ່​ຮັບ​ມື​ກັບ​ວິ​ກິດ​ການ

(VOVWORLD) - ຕອນບ່າຍວັນທີ 30 ມິຖຸນາ, ຝລັ່ງ ໄດ້ດຳເນີນກອງປະຊຸມກ່ຽວກັບການປ້ອງກັນຄວາມສະຫງົບໂດຍດ່ວນ ເພື່ອຕີລາຄາ ແລະ ປຶກສາຫາລືບັນດາມາດຕະການ ແນໃສ່ຮັບມືກັບສະພາບການຈະລາຈົນທີ່ເກີດຂຶ້ນໃນທົ່ວປະເທດ ພາຍຫຼັງເກີດເຫດຕຳຫຼວດ ຍິງຊາຍໜຸ່ມ ອາຍຸ 17 ປີ ເສຍຊີວິດໃນຕົ້ນອາທິດນີ້.
ຝ​ລັ່ງ ຈັດ​ກອງ​ປະ​ຊຸມ​ດ່ວນ ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແນ​ໃສ່​ຮັບ​ມື​ກັບ​ວິ​ກິດ​ການ - ảnh 1ສະພາບການຢູ່ ປາຣີ ໃນວັນທີ 29 ມິຖຸນາ (ພາບ: AFP/TTXVN)

ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ອອກຈາກກອງປະຊຸມສຸດຍອດ ສະຫະພາບເອີຣົບ (ອີຢູ) ເຊິ່ງພວມດຳເນີນຢູ່ ບຣຸກແຊນ ປະເທດ ແບນຊິກໂດຍໄວ ເພື່ອກັບຄືນເມືອປະເທດ ເປັນປະທານກອງປະຊຸມຢູ່ ປາຣີ. ກ່າວຄຳເຫັນນະທີ່ນີ້, ທ່ານ Emmanuel Macron ໄດ້ແຈ້ງໃຫ້ຊາບວ່າ ພາຍຫຼັງເວລາ 3 ວັນທີ່ການຈະຈາຈົນເກີດຂຶ້ນຢູ່ ຝລັ່ງ, ມີຕຶກອາຄານເກືອບ 50 ຕຶກ ຖືກມ້າງເປເພ, ຍານພາຫະນະ 2.000 ຄັນຖືກຈູດເຜົາ ແລະ ເກີດມີໄຟໄໝ້ຫຼາຍກວ່າ 3.800 ເຫດ. ໃນຄ່ຳຄືນວັນທີ 29 ມິຖຸນາ, ຕຳຫຼວດໄດ້ຈັບຕົວຜູ້ເຂົ້າຮ່ວມການຈະລາຈົນກວ່າ 870 ຄົນ. 1/3 ຈຳນວນຄົນທີ່ຖືກຈັບຕົວນັ້ນ ແມ່ນຊາວໜຸ່ມ ຫຼື ເດັກ ປະມານ 14 – 15 ປີ.

        ທ່ານປະທານາທິບໍດີ Emmanuel Macron ກໍຮຽກຮ້ອງບັນດາສື່ສັງຄົມ ຈົ່ງລົບລ້າງບັນດາ “ເນື້ອໃນທີ່ມີຄວາມລະອຽດອ່ອນເປັນພິເສດ” ທີ່ກ່ຽວຂ້ອງເຖິງການຈະລາຈົນດັ່ງກ່າວ. ທ່ານກໍໃຫ້ຮູ້ວ່າ ຈະຈັດສົ່ງກຳລັງຕຳຫຼວດຕື່ມອີກ ເພື່ອຕ້ານຄືນປະກົດການດັ່ງກ່າວ ແລະ ຄວບຄຸມສະພາບການ.

ຕອບກັບ

ຂ່າວ/ບົດ​ອື່ນ