ຝ​ລັ່ງ ປະ​ຕິ​ເສດ​ຄຳ​ຮ​ຽກ​ຮ້ອງ​ຖອນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ​ຢູ່ ນີ​ເຊ

(VOVWORLD) - ຄຳຮຽກຮ້ອງເນລະເທດ ໄດ້ເລີ່ມຈາກເລື່ອງ ທ່ານ Sylvain Itte ເອກອັກຄະລັດຖະທູດ ຝລັ່ງ ປະຈຳ ນີເຊ, ປະຕິເສດຄຳເຊີນເຂົ້າຮ່ວມການເຈລະຈາ ທີ່ຖືກຈັດຂຶ້ນໃນວັນດຽວກັນ ພ້ອມດ້ວຍເລື່ອງ ລັດຖະບານ ຝລັ່ງ ສືບຕໍ່ມີການກະທຳໄປຝືນກັບຜົນປະໂຫຍດຂອງ ນີເຊ.
ຝ​ລັ່ງ ປະ​ຕິ​ເສດ​ຄຳ​ຮ​ຽກ​ຮ້ອງ​ຖອນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ​ຢູ່ ນີ​ເຊ - ảnh 1ຜູ້ທີ່ສະໜັບສະໜູນຝ່າຍກໍ່ລັດຖະປະຫານ ນີເຊ ເຕົ້າໂຮມຢູ່ທາງໜ້າຖານທີ່ໝັ້ນການທະຫານ ຝລັ່ງ ຢູ່ ນະຄອນຫຼວງ Niamey  ໃນວັນທີ 11/8 (ພາບ: Mahamadou Hamidou/REUTERS)

ການພົວພັນລະຫວ່າງ ຝລັ່ງ ແລະ ນີເຊ ສືບຕໍ່ມີຄວາມເຄັ່ງຕຶງຂຶ້ນຕື່ມ ເມື່ອວັນທີ 25 ສິງຫາ, ອຳນາດການປົກຄອງກໍ່ລັດຖະປະຫານ ການທະຫານຢູ່ ນີເຊ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ນີເຊີ ຖອນຕົວອອກຈາກປະເທດນີ້ ພາຍໃນ ເວລາ 48 ຊົ່ວໂມງ ແຕ່ຖືກກະຊວງການຕ່າງປະເທດ ຝລັ່ງ ປະຕິເສດ ດ້ວຍເຫດຜົນທີ່ວ່າ ບໍ່ແມ່ນລັດຖະບານທີ່ຖືກຕ້ອງຕາມລັດຖະທຳມະນູນ.

        ໃນແຈ້ງການອອກວັນທີ 25 ສິງຫາ, ອຳນາດການປົກຄອງທະຫານຢູ່ ນີເຊ ໃຫ້ຮູ້ວ່າ  ຄຳຮຽກຮ້ອງເນລະເທດ ໄດ້ເລີ່ມຈາກເລື່ອງ ທ່ານ Sylvain Itte ເອກອັກຄະລັດຖະທູດ ຝລັ່ງ ປະຈຳ ນີເຊ, ປະຕິເສດຄຳເຊີນເຂົ້າຮ່ວມການເຈລະຈາ ທີ່ຖືກຈັດຂຶ້ນໃນວັນດຽວກັນ ພ້ອມດ້ວຍເລື່ອງ ລັດຖະບານ ຝລັ່ງ ສືບຕໍ່ມີການກະທຳໄປຝືນກັບຜົນປະໂຫຍດຂອງ ນີເຊ. ແຈ້ງການດັ່ງກ່າວກໍໄດ້ຊີ້ແຈ້ງວ່າ ຜູ້ຕາງໜ້າທາງການທູດຂອງ ຝລັ່ງ ຈະບໍ່ໄດ້ຮັບການຕ້ອນຮັບ ແລະ ຕ້ອງອອກຈາກປະເທດ ນີເຊ ພາຍໃນເວລາ 48 ຊົ່ວໂມງຈະມາເຖິງ.

        ພ້ອມກັບ ຝລັ່ງ, ວັນທີ 25 ສິງຫາ, ອຳນາດການປົກຄອງ ນີເຊ ກໍໄດ້ອອກແຈ້ງການເນລະເທດສຳລັບເອກອັກຄະລັດຖະທູດ ເຢຍລະມັນ ແລະ ເອກອັກຄະລັດຖະທູດ ນີເຊຣີ ປະຈຳ ນີເຊ, ດ້ວຍບັນດາສາຍເຫດທີ່ຄ້າຍຄືກັນ.

ແມ້ງຮ່າ - ນັກຂ່າວ VOV ປະຈຳ ຝລັ່ງ


ຕອບກັບ

ຂ່າວ/ບົດ​ອື່ນ