ຝ​ລັ່ງ ຮຽກ​ຮ້ອງ ໃຫ້ ອີ​ຣານ ປະ​ຕິ​ບັດ​ພັນ​ທະ​ຂອງ​ຕົນທັນ​ທີ​ໃນ​ຂໍ້​ຕົກ​ລົງ​ນິວ​ເຄຼຍ

(VOVWORLD) -ຈຸດປະສົງຂອງ ຝລັ່ງ ແມ່ນ “ເຫັນ ອີຣານ ກັບຄືນສູ່ການປະຕິບັດຄຳໝັ້ນສັນຍາໃນ ຂໍ້ຕົກລົງ JCPOA ຢ່າງຄົບຖ້ວນ ແລະ ອາເມລິກາ ກັບຄືນສູ່ຂໍ້ຕົກລົງສະບັບນີ້” ແລະ ອີຣານ ຕ້ອງໃຫ້ຄຳໝັ້ນສັນຍາເດີນຕາມທິດທາງນີ້ບົນຈິດໃຈສ້າງສັນ ເພື່ອສາມາດບັນລຸໄດ້ຂໍ້ຕົກລົງໃນການເຈລະຈາຄັ້ງຕ່າງໆ.
ຝ​ລັ່ງ ຮຽກ​ຮ້ອງ ໃຫ້ ອີ​ຣານ ປະ​ຕິ​ບັດ​ພັນ​ທະ​ຂອງ​ຕົນທັນ​ທີ​ໃນ​ຂໍ້​ຕົກ​ລົງ​ນິວ​ເຄຼຍ - ảnh 1ຮາກຖານ ນິວເຄຼຍ Isfahan ຂອງ ອີຣານ (ພາບ: TTXVN)

        ໃນການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງ ອີຣານ Ebrahim Raisi  ໃນວັນທີ 30 ພະຈິກ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຮຽກຮ້ອງໃຫ້ທ່ານ Ebrahim Raisi  ເຂົ້າຮ່ວມການເຈລະຈາກ່ຽວກັບຂໍ້ຕົກລົງນິວເຄຼຍ ແຜນການກະທຳລວມຮອບດ້ານ (JCPOA) ປີ 2015 “ບົນຈິດໃຈສ້າງສັນ”. ທ່ານ ປະທານາທິບໍດີ ຝລັ່ງ Emmanuel Macron ເນັ້ນໜັກວ່າ ຈຸດປະສົງຂອງ ຝລັ່ງ ແມ່ນ “ເຫັນ ອີຣານ ກັບຄືນສູ່ການປະຕິບັດຄຳໝັ້ນສັນຍາໃນ ຂໍ້ຕົກລົງ JCPOA ຢ່າງຄົບຖ້ວນ ແລະ ອາເມລິກາ ກັບຄືນສູ່ຂໍ້ຕົກລົງສະບັບນີ້” ແລະ ອີຣານ ຕ້ອງໃຫ້ຄຳໝັ້ນສັນຍາເດີນຕາມທິດທາງນີ້ບົນຈິດໃຈສ້າງສັນ ເພື່ອສາມາດບັນລຸໄດ້ຂໍ້ຕົກລົງໃນການເຈລະຈາຄັ້ງຕ່າງໆ.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ອີຣານ Ebrahim Raisi ຢັ້ງຢືນວ່າ “ຝ່າຍໃດລະເມີດຂໍ້ຕົກລົງນິວເຄຼຍກ່ອນໝູ່ ແມ່ນຕ້ອງສ້າງຄວາມໄວ້ເນື້ອເຊື່ອໃຈກັບຝ່າຍອື່ນໆກ່ອນ ເພື່ອໃຫ້ການເຈລະຈາສືບຕໍ່ດຳເນີນຢ່າງແທດຈິງ ແລະ ມີປະສິດທິຜົນ”, ພ້ອມທັງຮຽກຮ້ອງໃຫ້ທ່ານປະທານາທິບໍດີ ຝລັ່ງ “ຕໍ່ສູ້ເຈລະຈາຢູ່ນະຄອນ ວຽນ ເພື່ອຍົກເລີກຄຳສັ່ງລົງໂທດຕ້ານ ອີຣານ”. ທ່ານປະທານາທິບໍດີ ອີຣານ Ebrahim Raisi  ເນັ້ນໜັກຢ່າງແຮງວ່າ ເລື່ອງ ອີຣານ ສົ່ງຄະນະຜູ້ແທນມາເຂົ້າຮ່ວມການເຈລະຈາຢ່າງຄົບຖ້ວນນັ້ນ ໄດ້ສະແດງໃຫ້ເຫັນ “ເຈດຕະນາດີຢ່າງແທ້ຈິງ” ຂອງຕົນ.

        ການເຈລະຈາທາງໂທລະສັບລະຫວ່າງປະທານາທິບໍດີສອງທ່ານຖືກດຳເນີນໃນສະພາບການ ທີ່ບັນດານັກເຈລະຈານິວເຄຼຍ ພວມຊອກຫາວິທີກອບກູ້ເອົາຂໍ້ຕົກລົງສະບັບດັ່ງກ່າວໃນການເຈລະຈາທີ່ພວມດຳເນີນຢູ່ ນະຄອນວຽນ, ປະເທດໂອຕາລິດ.

ຕອບກັບ

ຂ່າວ/ບົດ​ອື່ນ