ຝລັ່ງ ແລະ ສ.ເກົາຫຼີ ເພີ່ມທະວີການພົວພັນສອງຝ່າຍ

(VOVWORLD) -ເມື່ອວັນທີ 16 ຕຸລາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in   ແລະ ທ່ານນາຍົກລັດຖະມົນຕີ ຝລັ່ງ Edouard Philippe  ໄດ້ເຫັນດີເປັນເອກະພາບ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍຕື່ມອີກ. 
ຝລັ່ງ ແລະ ສ.ເກົາຫຼີ ເພີ່ມທະວີການພົວພັນສອງຝ່າຍ - ảnh 1 ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in   ແລະ ທ່ານນາຍົກລັດຖະມົນຕີ ຝລັ່ງ Edouard Philippe  (ພາບ:koreaherald.com)

ຕາມແຫຼ່ງຂ່າວ ຈາກຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ແລ້ວ, ໃນການເຮັດວຽກ ລະຫວ່າງ ທ່ານ Moon Jae-in   ແລະ ທ່ານ Philippe ທີ່ ປາຣີ, ການນໍາສອງທ່ານ ໄດ້ຕີລາຄາສູງບັນດາຜົນປະໂຫຍດຂອງບັນດາໂຄງການເສດຖະກິດຮ່ວມ, ເປັນຕົ້ນແມ່ນການຜັນຂະຫຍາຍຮູບແບບ ກໍ່າປັ່ນ TGV ຂອງຝລັ່ງ ຢູ່ສ.ເກົາຫຼີ ໃນຊຸມປີ 1990 ຫຼື ການພັດທະນາດາວທຽມຮ່ວມໃນຊຸມປີ 2000. ສອງຝ່າຍເຫັນດີເປັນເອກະພາບເປີດກວ້າງບັນດາຂົງເຂດຮ່ວມມືໃໝ່, ໂດຍສະເພາະແມ່ນດ້ານການຄ້າ ແລະ ການລົງທຶນ. ທ່ານປະທານາທິບໍດີ Moon Jae-in   ສະແດງຄວາມຫວັງ ເພີ່ມທະວີການຄ້າລະຫວ່າງສອງປະເທດ. ທ່ານສະເໜີ ຝລັ່ງ ຮັບປະກັນວ່າ ບັນດາມາດຕະການປ້ອງກັນຕົວຂອງສະຫະພາບເອີຣົບ ສໍາລັບຂະແໜງເຫຼັກກ້າ ຈະບໍ່ສົ່ງຜົນສະທ້ອນທີ່ທາງລົບ ເຖິງການພົວພັນການຄ້າທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ສ.ເກົາຫຼີ ແລະ ຝລັ່ງ.

        ການນໍາສອງທ່ານ ກໍຮຽກຮ້ອງເພີ່ມທະວີການຮ່ວມມືໃນບັນດາຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ພູມປັນຍາທຽມ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ເພື່ອແນໃສ່ກະກຽມໃຫ້ແກ່ການປະຕິວັດອຸດສາຫະກໍາ 4.0 ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ