ຝລັ່ງ ແລະ ອີຕາລີ ເຂົ້າຮອບຊິງຊະນະເລີດງານບຸນຍິງບັ້ງໄຟດອກສາກົນ ດານັ້ງ 2023

(VOVWORLD) - ຫວຽດນາມ, ຝລັ່ງ, ອີຕາລີ, ໂປໂລຍ, ແຟງລັງ, ອົດສະຕາລີ, ການາດາ, ອັງກິດ. ພາຍຫຼັງ 4 ຄືນແຂ່ງຂັນ
ຝລັ່ງ ແລະ ອີຕາລີ ເຂົ້າຮອບຊິງຊະນະເລີດງານບຸນຍິງບັ້ງໄຟດອກສາກົນ ດານັ້ງ 2023 - ảnh 1ພາບປະກອບ

ວັນທີ 25 ມິຖຸນາ, ຄະນະຈັດຕັ້ງງານບຸນຍິງບັ້ງໄຟດອກສາກົນ ດານັ້ງ 2023 ໄດ້ປະກາດ 2 ທິມຍິງບັ້ງໄຟດອກ ເຊິ່ງແມ່ນ ຝລັ່ງ ແລະ ອີຕາລີ ໄດ້ເຂົ້າຮອບຊິງຊະນະເລີດ ແລະ ຈະສະແດງໃນຕອນຄ່ຳວັນທີ 8 ກໍລະກົດ.

        ງານບຸນຍິງບັ້ງໄຟດອກສາກົນ ດານັ້ງ ປິ 2023 ມີ 8 ທິມເຂົ້າຮ່ວມ, ລວມມີ: ຫວຽດນາມ, ຝລັ່ງ, ອີຕາລີ, ໂປໂລຍ, ແຟງລັງ, ອົດສະຕາລີ, ການາດາ, ອັງກິດ. ພາຍຫຼັງ 4 ຄືນແຂ່ງຂັນ, 2 ທິມທີ່ມີຄະແນນສູງສຸດແມ່ນ ຝລັ່ງ ແລະ ອີຕາລີ ຈະແຂ່ງຂັນເພື່ອຊິງຊະນະເລີດ. ທ່ານ ວີກຽນແທັ່ງ, ຫົວໜ້າກົມຮູບເງົາ, ຮອງປະທານສະມາຄົມວິຈິດສິນ ຫວຽດນາມ, ສະມາຊິກຄະນະກຳມະການງານບຸນຍິງບັ້ງໄຟດອກສາກົນ ດານັ້ງ 2023, ໃຫ້ຮູ້ວ່າ:

        “ອາດເວົ້າໄດ້ວ່າ, ຄຸນນະພາບລວມຂອງ 8 ທິມເຂົ້າຮ່ວມງານບຸນຍິງບັ້ງໄຟດອກສາກົນໃນປີນີ້ເມື່ອທຽບໃສ່ 10 ຄັ້ງກ່ອນ, ນັບທັງທິມ ຫວຽດນາມ ແມ່ນກ້າວໜ້າຫຼາຍ. ໃນຈຳນວນນີ້, ມີບັນດາທິມເກັ່ງຄື: ໂປໂລຍ, ຝລັ່ງ, ອີຕາລີ, ແຟງລັງ, ນັບທັງທິມ ອັງກິດ ກໍ່ດີຫຼາຍ. ໃນງານຄັ້ງນີ້, ມີຄວາມປະທັບໃຈກ່ຽວກັບລັກສະນະປະດິດຄິດສ້າງໃນການສ້າງຮູບແບບບັ້ງໄຟດອກ”.

ຕອບກັບ

ຂ່າວ/ບົດ​ອື່ນ