ຝລັ່ງຈັດພິທີອາໄລຫາບັນດາຜູ້ຖືກເຄາະຮ້າຍໃນເຫດການກໍ່ການຮ້າຍເມື່ອວັນທີ 13/11

ຝລັ່ງຈັດພິທີອາໄລຫາບັນດາຜູ້ຖືກເຄາະຮ້າຍໃນເຫດການກໍ່ການຮ້າຍເມື່ອວັນທີ 13/11 - ảnh 1
ະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ທີ່ພິທີອາໄລຫາ

(vovworld)-  ວັນ​ທີ 27/11, ພິ​ທີ​ດັ່ງ​ກ່າວ​ຖືກ​ດຳ​ເນີນ​ຢ່າງ​ສົມ​ກຽດ​ຢູ່ ວັງ Invalides ຢູ່ ນະ​ຄອນ​ຫລວງ ປາ​ຣີ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ແລະ ອີກ 2000 ຄົນ, ໃນ​ນັ້ນ ມີ​ບັນ​ດາ​ເຈົ້າ​ຫນ້າ​ທີ່ ແລະ ຜູ້​ຖືກ​ບາ​ດ​ເຈັບ​ຈຳ​ນວນ​ຫນຶ່ງ​ໃນ​ເຫດ​ກໍ່​ການ​ຮ້າຍ​ດັ່ງ​ກ່າວ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ໄດ​້​ກ່າວ​ປະ​ນາມ​ພວກກໍ່​ການ​ຮ້າຍ ພ້ອມ​ທັງ​ຕຳ​ຫນິ​ຕິ​ຕ​ຽນ ອົງ​ການ ລັດ ການ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ ໄດ້​ກໍ່​ໃຫ້​ເກີດ​ໂທດ​ກຳ​ດັ່ງ​ກ່າວ. ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ໃຫ້​ຄຳ​ໝັ້ນ​ໝາຍ ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ດັບ​ສູນ​ພວກກໍ່​ການ​ຮ້າຍ.

 

ຂ່າວ/ບົດ​ອື່ນ