ຝລັ່ງແລະອັງກິດຮຽກຮ້ອງຢຸດຕິການປິດລ້ອມນະຄອນ Aleppo ຂອງຊີຣີ

ຝລັ່ງແລະອັງກິດຮຽກຮ້ອງຢຸດຕິການປິດລ້ອມນະຄອນ Aleppo ຂອງຊີຣີ - ảnh 1
ນະ​ຄອນ Allepo ທາງ​ພາກ​ເໜືອ​ຊີ​ຣີ
(ພາບ: AFP/Getty Images)

(vovworld) - ​​ ​​​​ວັນ​ທີ 28/07, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຝ​ລັ່ງ Jean Marc Ayrault ແລະ ຄູ່​ຮ່ວມ​ຕຳ​ແໜ່ງອັງ​ກິດ Boris Johnson ພ​ວມ​ຢ້ຽມ​ຢາມ​ປະ​ເທດນີ້ ໄດ້​ພ້ອມ​ກັນ​ອອກ​ສຽງຮຽກ​ຮ້ອງ​ໃຫ້​ອຳ​ນາດ​ການ​ປົ​ກ​ຄອງ​ ຊີ​ຣີ ແລະ ບັນ​ດາ​ພັນ​ທະ​ມິດ​ຂອງ​ປະ​ເທດຕາ​ເວັນ​ອອກ​ກາງນີ້​ຢຸດ​ຕິການ​ກະ​ທຳ​ປິດ​ລ້ອມນະ​ຄອນ Allepo ທາງ​ພາກ​ເໜືອ​ຊີ​ຣີ. ກ່າວ​ຄຳ​ເຫັນ​​ຕໍ່​ວົງ​ການ​ນັກ​ຂ່າວພາຍ​ຫຼັງ​ການ​ເຈ​ລະ​ຈາຢູ່​ປາ​ຣີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 2 ທ່ານ ໄດ້​ຢືນ​ຢັນວ່າ, ບັ້ນ​ຮົບ​ປິດ​ລ້ອມ​ນະ​ຄອນ Allepo ໄດ້​ເຮັດ​ໃຫ​້ 300.000 ຄົນ​ຖືກ​ຕິດຄ້າງ​, ຈະ​ບໍ່​ສາ​ມາດ​ຊ່ວຍ​ໃຫ້​ບັນ​ດາ​ການ​ເຈ​ລ​ະ​ຈາສັນ​ຕິ​ພາບ​​ໄດ້​ຮັບ​ການເຊື່ອມ​ຕໍ່​ຄືນ​ໃໝ່. 2 ຝ່າຍກໍ່​ເນັ້ນ​ໜັກ​ວ່າ, ບັ້ນ​ຮົບ​ປິ​ດ​ລ້ອ​ມ Allepo ໄດ້​ລະ​ເມີດ​ຂໍ້​ຕົກ​ລົງ​ຢຸດ​ຍິງທີ່​ໄດ້​​ຮັບ​ຮອງ​ເອົາ​ຢູ່ Munich. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 2 ທ່ານ​ກໍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຢຸດ​ຕິ​ການ​ປະ​ທະ​ກັນ, ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ໃໝ່​ເພື່ອ​ກ້​າວ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານຂ​້າມ​ຜ່ານ​​ທີ່ມີ​ສິດ​ອຳ​ນາດ​ຢ່າງ​​ເຕັມ​ສ່ວນ​ເພື່ອ​ບໍ​ລິ​ຫານ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ