ຝະລັ່ງ,ເຢຍລະມັນອອກ ຖະແຫຼງການຮ່ວມກ່ອນ ການລົງປະຊາມະຕິຢູ່ ຢູແກຼນຕາເວັນອອກ


ຝະລັ່ງ,ເຢຍລະມັນອອກ ຖະແຫຼງການຮ່ວມກ່ອນ ການລົງປະຊາມະຕິຢູ່ ຢູແກຼນຕາເວັນອອກ - ảnh 1

(ພາບ: .baomoi.com/)

 (vovworld)- ວັນ​ທີ 10/5, ປະທານາທິບໍດີ​ຝະລັ່ງ Rrancois Holland ​ແລະ ທ່ານ​ນາງນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ​​ໄດ້ອອກ​ຖະ​ແຫຼ​ງການ​ຮ່ວມ​ຊຸກຍູ້​ບັນດ​າກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ແກຼນ ຈົ່ງ​ຢຸດຕິ​ການ​ບຸກ​ໂຈມ​ຕີ​ບັນດາ​ສຳນັກງານ​ຂອງ​ລັດ ​ໂດຍ​ກຳລັງ​ແຫ່​ຂະ​ບວນປະ​ທ້ວງ​ຄວບ​ຄຸມ. ປະທານາທິບໍດີ​ຝະລັ່ງ Rrancois Holland ​ແລະ ທ່ານ​ນາງນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ​ໄດ້​ຍົກ​ອອກຖະ​ແຫຼ​ງການ​ຮ່ວມດັ່ງກ່າວ​ກ່ອນ​ການ​ລົງ​ປະຊາ​ມະຕິ​ ໃນ​ວັນ​ທີ 11/5 ກ່ຽວ​ກັບ​ຄວາມ​ເປັນ​ເອກະລາດ​ຢູ່ຢູ​ແກຼນຕາ​ເວັນ​ອອກ ​ແລະ ການ​ເລືອກ​ຕັ້ງປະທານາທິບໍດີ​ຢູ​ແກຼນ ​ໃນ​ວັນ​ທີ 25/5 ຈະ​ມາ​ເຖິງ.

  ​ໃນ​ຂະນະ​ນັ້ນ, ຄວາມ​ເຄັ່ງ​ຕຶງ​ໃນ​ນະຄອນ​ທ່ານ​ກຳ​ປັ່ນ Mariupol ທາງທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ຢູ​ແກຼນ ພວມ​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຈູດ​ເຜົາ​ລົດ​ຫຸ້ມ​ເກາະ​ຂອງ​ທະ​ຫານ​ຢູ​ແກຼນ, ​ ປິດ​ລ້ອມ​ສຳນັກງານ​ການ​ເມືອງ ​ ແລະ ບຸກ​ເຂົ້າສຳນັກງານ​ຕຳຫຼວດ….ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ໃນ​ເວລາ 2 ຊົ່ວ​ໂມງ​ລະຫວ່າງ. ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ແລະ ຕຳຫຼວດ​ໄດ້​ເຮັດ​ໃຫ້ຜູ້​ແຫ່​ຂະ​ບວນປະ​ທ້ວງ 20 ຄົນ ​ແລະ ຕຳຫຼວດ 1 ຄົນ​ເສຍ​ຊີວິດ./.

ຂ່າວ/ບົດ​ອື່ນ