ຝ່າຍຊ້າຍຍາດໄດ້ໄຊຊະນະໃນການເລືອກຕັ້ງຢູ່ສະພາສູງຝຣັ່ງ

ຝ່າຍຊ້າຍຍາດໄດ້ໄຊຊະນະໃນການເລືອກຕັ້ງຢູ່ສະພາສູງຝຣັ່ງ - ảnh 1
ທ່ານ​ນາງ Marine Le Pen, ​ປະ​ທານ​ພັກ FN ​ເປັນ​ຄັ້ງ​ທຳ​ອິດ​ມີ​ໜ້າ​ຢູ່ ສະ​ພາ​ສູງ
 (ພາບ: AFP)

(vovworld) - ການ​ເລືອກ​ຕັ້ງ​ສະ​ພາ​ສູງ ຝ​ຣັ່ງ ​ທີ່​ດຳ​ເນີນ​ໄປ​ໃນ​ວັນ​ທີ 28/9, ເພື່ອ​ແນ​ໃສ່​ເລືອກ​ຕັ້ງ​ເຄິ່ງ​ໜຶ່ງ​​ຈຳ​ນວນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (179 ໃນ​ຈຳ​ນວນ 348 ທີ່​ນັ່ງ) ​ໄດ້ສິ້ນ​ສຸດ​ລົງ​ດ້ວຍ​ໄຊ​ຊະ​ນະ​ຂອງ​ສຳ​ພັນ​ທະ​ມິດ​ຝ່າຍ​ຊ້າຍ, ພ້ອມ​ທັງ​ເປັນ​ຂີດ​ໝາຍ​ຂອງ​ເລື່ອງ​ສຳ​ພັນ​ທະ​ມິດນີ້​ຍາດ​ໄດ້​ທີ່​ນັ່ງ​ສ່ວນຫຼາຍ​​ຢູ່​ສະ​ພາ​ສູງ ນັບ​ແຕ່​ການ​ເລືອກ​ຕັ້ງ​ປີ 2008. ຝ່າຍ​ຊ້າຍ​ລວ​ມ​ມີ ສຳ​ພັນ​ທະ​ມິດ​ເພື່ອ​ຂະ​ບວນ​ການ​ປະ​ຊາ​ຊົນ (UMP), ສຳ​ພັນ​ທ​ະ​ມິດ​ບຸກ​ຄົນປະ​ຊາ​ທິ​ປະ​ໄຕ ແລະ ​ເອ​ກະ​ລາດ (UDI) ແລະ ບາງ​ພັກ​ນ້ອຍ ຍາດ​ໄດ້​ທັງ​ໝົດ 187 ທີ່​ນັ່ງ, ສຳ​ພັນ​ທະ​ມິດ​ຝ່າຍ​ຂວາ​ຍາດ​ໄດ້ 155 ທີ່​ນັ່ງ, ພັກຂວາ​ຈັດ​ແນວ​ໂຮມ​ແຫ່ງ​ຊາດ (FN) ເປັນ​ຄັ້ງ​ທຳ​ອິດ​ມີ​ໜ້າ​ຢູ່​ສະ​ພາ​ສູງ​ດ້ວຍ 2 ທີ່​ນັ່ງ. ໝາກ​ຜົນ​ນີ້​ແມ່ນ​ສັນ​ຍານ​ຊົ່ວ​ຮ້າຍ​ສ​ຳ​ລັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Francois Hollande ເມື​່ອ​ອິດ​ທິ​ພົນ​ຊື່​ສຽງ​ດ້າ​ນ​ການ​ເມືອງ​ຂອງ​ທ່ານ​ພວມ​ຖືກ​ຫລຸດ​ລົງ ຍ້ອນ​ປະ​ຊາ​ຊົນ​​ສ່ວນຫຼາຍບໍ່​ພໍ​ໃຈ​ກັບ​ແນວ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ ພາ​ໄປ​ເຖິງ​ສະ​ພາບຫວ່າງ​ງານເພີ່ມ​ຂຶ້​ນ​ສູງ ກໍ່​ຄື​ນະ​ໂຍ​ບາຍ​ຫລຸດ​ຜ່ອນ​ສະ​ຫວັດ​ດີ​ການ ແລະ ການ​ອຸ​ປະ​ຖ​ຳ​ຈາກ​ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ​ນັບ​ແຕ່​ເມື່ອ​ທ່ານ​ຂຶ້ນ​ກຳ​ອຳ​ນາດ.


ຂ່າວ/ບົດ​ອື່ນ