ຝ່າຍຕ່າງໆຢູ່ລີບີ ເຊື່ອມຕໍ່ການເຈລະຈາຄືນໃໝ່

ຝ່າຍຕ່າງໆຢູ່ລີບີ ເຊື່ອມຕໍ່ການເຈລະຈາຄືນໃໝ່ - ảnh 1
ຝ່າຍ​ຕ່າງໆ​ຢູ່​ລີ​ບີ ​​ເຊື່ອມ​ຕໍ່​ການ​ເຈລະຈາຄືນ​ໃໝ່
(ພາບ: UN Photo)


(vovworld) – ວັນ​ທີ 26/01, ຮອບ​ເຈລະຈາ​ໃໝ່​ລະຫວ່າງ​ບັນດາ​ຝ່າຍທີ່​ເປັນ​ປໍ​ລະ​ປັກ​ຕໍ່​ກັນ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຢູ່​​ເຊີ​ແນວ, ປະ​ເທດ​ສະ​ວິດ, ​ໃນ​ສະພາບ​ທີ່​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ ນີ້​ສືບ​ຕໍ່​ຕົກ​ໃນ​ສະພາບ​ຂາດ​ສະຖຽນ​ລະ​ພາບ. ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຄັ້ງ​ນີ້, ນອກຈາກບັນດາ​ຜູ້ຕາງໜ້າ​ພັກ​ຝ່າຍ​ການ​ເມືອງ ຍັງ​ມີ​ຜູ້ຕາງໜ້າ​ຂອງ​ຫຼາຍ​ອົງການ​ຈັດ​ຕັ້ງ​ພົນລະ​ເມືອງ​ຢູ່​ລີ​ບີ. ​ແຕ່​ວ່າ, ສຳ​ພັນທະ​ມິດ​ອິດ​ສະ​ລາມ Fajr Libia, ​ຊຶ່ງ​ເຄີຍ​ຍາດ​ສິດ​ຄວບ​ຄຸມ​ນະຄອນຫຼວງ Tripoli ​ແຕ່​ລະດູ​ຮ້ອນປີ 2014 ​ບໍ່​ຈັດສົ່ງ​ຜູ້​ຕາງ​ໜ້າ​ເຂົ້າ​ຮ່ວມ. ຮອບ​ເຈລະຈາ​ຖືກດຳ​ເນີນ​ໄປພາຍຫຼັງ​ຄະນະປະຕິບັດ​ງານ​ໜູນ​ຊ່ວຍ​ຂອງ​ສະຫະ​ປະຊາ​ຊາດປະຈຳ​ລີ​ບີ (UNSMIL) ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍ “​ຈົ່ງເຂົ້າ​ຮ່ວມ​ການ​ເຈລະຈາ​ບົນ​ຈິດ​ໃຈ​ເປີດ​ເຜີຍ ​ແລະ ​ໄກ່​​ເກ່ຍ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດສູງ​ສຸດ​ຂອງປະຊາ​ຊົນ​ລີ​ບີ”. UNSMIL ກໍ່​ໃຫ້​ຮູ້​ວ່າ, ຈະຈັດ​ກອງ​ປະຊຸມອື່ນ​ຢູ່​​ເຊີ​ແນວ ​ໃນ​ອາທິດ​ນີ້ ​ເພື່ອ​ແນ​ໃສ່​ຊ່ວຍ​​ໃຫ້ຜູ້ຕາງໜ້າສະພາ​ທ້ອງ​ຖິ່ນ​ຈາກ​ບັນດາ​ນະຄອນ, ​ເທດສະບານ​ເມືອງ​ໃນ​ທົ່ວປະ​ເທດ​ລີ​ບີ ​​ປຶກສາ​ຫລື​ກ່ຽວ​ກັບການ “ສ້າງ​ບັນດາ​ມາດ​ຕະການ ​ແລະ ວິທີ​ປະຕິບັດ”…

ຂ່າວ/ບົດ​ອື່ນ