ຝ່າຍ​ຕາ​ເວັນ​ຕົກ​ມີ​ຄວາມ​ລະ​ມັດ​ລະ​ວັງ​ເມື່ອ​ຍົກ​ອອກ​ຂໍ້​ສະຫຼຸບ​ກ່ຽວ​ກັບ​ຜູ້​ກໍ່​ເຫດ​ລະ​ເບີດທໍ​ສົ່ງ​ອາຍ​ແກັດ Nord Stream

(VOVWORLD) - ວັນທີ 8 ມີນາ, ມີຫຼາຍປະເທດຝ່າຍຕາເວັນຕົກ ໄດ້ຮຽກຮ້ອງຕ້ອງມີຄວາມລະມັດລະວັງເມື່ອຍົກອອກຂໍ້ສະຫຼຸບກ່ຽວກັບຜູ້ກໍ່ເຫດລະເບີດທໍ່ສົ່ງ ອາຍແກັດ Nord Stream ຂອງລັດເຊຍ.

ຝ່າຍ​ຕາ​ເວັນ​ຕົກ​ມີ​ຄວາມ​ລະ​ມັດ​ລະ​ວັງ​ເມື່ອ​ຍົກ​ອອກ​ຂໍ້​ສະຫຼຸບ​ກ່ຽວ​ກັບ​ຜູ້​ກໍ່​ເຫດ​ລະ​ເບີດທໍ​ສົ່ງ​ອາຍ​ແກັດ Nord Stream - ảnh 1ທໍ່ສົ່ງ ອາຍແກັດ Nord Stream  2 ຂອງລັດເຊຍ (ພາບ: Shutterstock)

ໃນຖະແຫຼງການໜຶ່ງ, ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO) Jens Stoltenberg ໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ທັນສະຫຼຸບໄດ້ ຜູ້ຢູເບື້ອງຫຼັງເຫດລະເບີດທໍ່ສົ່ງອາຍແກັດ Nord Stream. ກ່າວຄຳເຫັນທີ່ກອງປະຊຸມກັບບັນດາລັດຖະມົນຕີປ້ອງກັນປະເທດຊອງບັນດາປະເທດສະຫະພາບເອີລົບຢູ່ ຊູແອັດ, ທ່ານ Jens Stoltenberg  ເນັ້ນໜັກວ່າ ນີ້ແມ່ນການກະທຳທຳລາຍ. ບັນດາບັ້ນສືບສວນລະດັບຊາດ ພວມດຳເນີນ ແລະ ທຸກເລື່ອງຈະ ໄດ້ແກ້ໄຂເວລາໃດມີການສະຫຼຸບສຸດທ້າຍ.

ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ Boris Pistorius ໄດ້ກ່າວເຕືອນກ່ຽວກັບບັນດາການກ່າວຫາທີ່ຟ້າວຟັ່ງ ທີ່ກ່ຽວຂ້ອງເຖິງບັນດາເຫດທຳລາຍດັ່ງກ່າວ. ຕາມລັດຖະມົນຕີກະຊວງປ້ອງກັນປະເທດເຢຍລະມັນແລ້ວ, ຕ້ອງກຳນົດຢ່າງຈະແຈ້ງວ່າ ກຸ່ມເປົ້າໝາຍກໍ່ເຫດລະເບີດດ້ວຍຕົນເອງ ຫຼືປະຕິບັດຕາມການຊີ້ນຳຂອງລັດຖະບານ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ