ພັກ CPPກຳອຳນາດສະເລີມສະຫຼອງ65 ປີແຫ່ງວັນສ້າງຕັ້ງ

ພັກ CPPກຳອຳນາດສະເລີມສະຫຼອງ65 ປີແຫ່ງວັນສ້າງຕັ້ງ - ảnh 1
ທ່ານນາຍົກລັດຖະມົນຕີກຳປູເຈຍ  Hun Sen
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ

(vovworld) - ຕອນ​ເຊົ້າ​ວັນ​ທີ 28/6, ຢູ່​ສຳນັກງານ​ສູນ​ກາງ​ພັກ​ທີ່​ພະນົມ​ເປັນ, ພັກ​ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ (28/6/1951-28/6/2016) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ພັກ​ ​ແລະ ຜູ້​ສະໜັບສະໜູນ​ຢູ່​ນະຄອນຫຼວງ ​ແລະ ບັນດາ​ແຂວງ​ອ້ອມ​ຂ້າງປະມານ 10.000 ຄົນ. ທ່ານ​ເອກ​ອັກຄະ​ລັດ​ຖະທູດ ຫວຽດນາມ​ປະຈຳ ກຳປູ​ເຈຍ ​ແທກ​ຢື ​ໄດ້​ເຂົ້າ​ຮ່ວມ ​ແລະ ມອບຊໍ່​ດອກ​ໄມ້​ອວຍພອນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ພັກກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ເຖິງ​ທ່ານ​ປະທານພັກ CPP ຊຳ​ແດກ ຮູ​ນ​ແຊນ, ​ແລະ ປະທານ​ກິ​ຕິ​ມາ​ສັກ CPP ຊຳ​ແດກ ​ເຮັງ​ຊຳຣິນ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ຊຳ​ແດກ ຮູ​ນ​ແຊນ ຊີ້​ແຈ້ງວ່າ, ຜ່ານ​ໄລຍະ 65 ປີ, ພັກ CPP ຍາມ​ໃດ​ກໍ່​ຮ່ວມ​ເດີນທາງ​ພ້ອມ​ກັບ​ປະຊາຊົນ ກຳປູ​ເຈຍ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຫຼາຍ​ປະການ​ໃນ​​ໄລຍະ​ປະ​ຫວັດ​ສາດ. ທ່ານ​ຢືນຢັນ​ວ່າ ພັກ CPP ສະໜັບສະໜູນ​ລັດຖະບານ ລາຊະ​ອານາຈັກ ສືບ​ຕໍ່​ປະຕິບັດ​ຍຸດ​ທະ​ສາດ 4 ຫຼ່ຽມພັດທະນາ, ​ໄລຍະ 3, ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ປະ​ເທດ​ຊາດ​​ໄລຍະ 2014-2018 ​ແລະ ບັນດາ​ນະ​ໂຍບາຍ​ປ່ຽນ​ໃໝ່​ໃຫ້​ສຳ​ເລັດ, ​ເພື່ອ​ແນ​ໃສ່​ຮັກສາ​ລະດັບ​ເຕີບ​ໂຕ​ເສດຖະກິດ​ປະຈຳ​ປີ ​ແມ່ນ 7%, ຫຼຸດຜ່ອນ​ຄວາມທຸກ​ຍາກ​ອຶດ​ຫີ​ວ, ​ເພີ່ມ​ວຽກ​ເຮັດ​ງານ​ທຳ, ສືບ​ຕໍ່​ປະຕິ​ຮູບ​ພືນ​ຖານ​ດ້ານ​ການ​ເງິນ ​ແລະ ການ​ບໍລິການ​ຂອງ​ລັດ… ສືບ​ຕໍ່​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ, ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ, ປະຊາທິປະ​ໄຕ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ