ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງນະໂຍບາຍໃຫ້ຜູ້ມີຄຸນງາມຄວາມດີ

(VOVWORLD) - ຕອນບ່າຍວັນທີ 16/7, ຢູ່ ກວາງຫງາຍ, ເມື່ອເຮັດວຽກກັບການນຳແຂວງ ກວາງຫງາຍ, ທ່ານນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດ ຫວຽດນາມ

ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງນະໂຍບາຍໃຫ້ຜູ້ມີຄຸນງາມຄວາມດີ - ảnh 1 ທ່ານນາງ ຫງວຽນທິກີມເງີນ ເຮັດວຽກກັບການນຳແຂວງ ກວາງຫງາຍ (ພາບ: TTXVN)

ສະເໜີ ແຂວງ ກວາງຫງາຍ ພັດທະນາຄວາມສາມາດບົ່ນຊ້ອນ ແລະ ຊັບພະຍາກອນໂລຫະທ່ອງທ່ຽວ, ຍູ້ແຮງເສດຖະກິດທະເລ, ຕິດພັນກັບການປ້ອງກັນຊາດປ້ອງກັນຄວາມສາຫງົບ. ທາງແຂວງກໍ່ຄວນຍູ້ແຮງ ການປະຕິຮູບດ້ານການບໍລິຫານ; ສ້າງໂຄງປະກອບກະສິກຳຄືນໃໝ່ ຕິດພັນກັບການພັດທະນາຊົນນະບົດໃໝ່; ປະຕິບັດນະໂຍບາຍຮັບປະກັນຊີວິດ ສັງຄົມ, ນະໂຍບາຍໃຫ້ຜູ້ທີ່ມີຄຸນງາມຄວາມດີ. ແລະກໍ່ໃນຕອນບ່າຍວັນທີ 16/7, ເມື່ອຢ້ຽມຢາມ, ມອບຂອງຂວັນໃຫ້ສູນປິ່ນປົວ ແລະ ບຳລຸງສຸຂະະພາບໃຫ້ຜູ້ມີຄຸນງາມຄວາມດີ ແຂວງ ກວາງຫງາຍ, ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງີນ ຢືນຢັນວ່າ: ພັກ, ລັດ ແລະ ສະພາແຫ່ງຊາດຍາມໃດກໍ່ເອົາໃຈໃສ່ເຖິງນະໂຍບາຍໃຫ້ ຜູ້ທີ່ມີຄຸນງາມຄວາມດີ.

 “ຕາງໜ້າພັກ, ລັດ, ພວກຂ້າພະເຈົ້າ ຂໍສົ່ງເຖິງທຸກໆເປົ້າໝາຍ ບັນດາຂອງຂວັນດ້ານ ວັດຖຸ, ເຖິງວ່າມັນບໍ່ຫຼາຍກໍ່ຕາມ, ແຕ່ມີຄວາມສຳຄັນດ້ານຈິດໃຈ, ເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການເສຍສະຫຼະຂອງ ບັນດາເປົ້າໝາຍນະໂຍບາຍ. ຂ້າພະເຈົ້າປາດຖະໜາວ່າ ພະນັກງານການນຳ, ພາລະກອນຂອງສູນຈະມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນເພື່ອລ້ຽງດູ, ສົ່ງເສີມ ສຸຂະພາບ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ຜູ້ທີ່ມີຄຸນງາມຄວາມດີ. ”

ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງີນ ມອບເງິນ 20 ຕື້ດົ່ງ ທີ່ລະດົມຈາກທົ່ວສັງຄົມເພື່ອສະໜັບສະໜູນປະຊາຊົນ ເມືອງເກາະ ລີ໋ເຊີນ ກໍ່ສ້າງຕະຫຼາດໃຈກາງ. ທ່ານນາງ ຫງວຽນທິກີມເງີນ ກໍ່ຢ້ຽມຢາມ ແລະ ມອງຂອງຂວັນໃຫ້ 5 ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຢູ່ ແຂວງ ກວາງຫງາຍ.

ຕອບກັບ

ຂ່າວ/ບົດ​ອື່ນ