ພັກCPPຂອງກຳປູເຈຍຢັ້ງຢືນຄືນໃໝ່ພ້ອມແລ້ວທີ່ໂອ້ລົມສົນທະນາກັບພັກCNRP

ພັກCPPຂອງກຳປູເຈຍຢັ້ງຢືນຄືນໃໝ່ພ້ອມແລ້ວທີ່ໂອ້ລົມສົນທະນາກັບພັກCNRP - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ Sar Kheng
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) – ວັນ​ທີ 20/5, ທ່ານ​ຮອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ Sar Kheng, ຜູ້ນຳ​ຂັ້ນ​ສູງ​ຂອງ​ພັກ​ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ, ຢັ້ງຢືນ​ຄືນ​ໃໝ່​ພ້ອມ​ແລ້ວ​ທີ່​ໂອ້​ລົມ​ສົນ​ທະ​ນາ​ກັບ​ພັກ​ກູ້​ຊາດ ກຳປູ​ເຈຍ (CNRP) ຝ່າຍ​ຄ້ານ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ພາຍຫຼັງ​ການ​ເລືອກ​ຕັ້ງ​ລະ​ຫວ່າງ 2 ຝ່າຍ. ​ໃນ​ຖະ​ແຫຼ​ງການ​ຢູ່​ນອກ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ທີ່​ນະຄອນຫຼວງ ພະນົມ​ເປັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Sar Kheng ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ 2 ຝ່າຍ​ຍັງ​ບໍ່​ທັນ​​ເປັນ​ເອກະສັນ​ຈຸດ​ເວລາ​ລະອຽດ​ເພື່ອ​ດຳ​ເນີນ​ການ​ເຈລະຈາ, ​ແຕ່ CPP ຍາ​ມ​ໃດ​ກໍ່​ມີ​ເຈດ​ຕະນາ​ດີ, ລໍ​ຄອຍ CNRP ກັບ​ຄືນ​ສູ່​ການ​ເຈລະຈາ​ເພື່ອ​​ແກ້​ໄຂ​ຂໍ້ຄົງ​ຄ້າງ, ສະ​ແດງ​ຄວາມ​ຮັບຜິດຊອບ​ສຳລັບ​ຄວາມ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

    ກ່ອນ​ໜ້າ​ນັ້ນ, ວົງ​ການ​ສື່​ມວນ​ຊົນ ກຳປູ​ເຈຍ ​ໄດ້​ຄັດ​ສະ​ເໜີ​​ແຫຼ່ງຂ່າວ​ຈາກ CNRP ​ໃຫ້​ຮູ້​ວ່າ: ປະທານ CNRP Sam Rainsy ​ແລະ​ ຮອງ​ປະທານ CNRP Kem Sokha ປະກາດ​ແຜນການ​ຈະ​ກັບ​ຄືນ​ສູ່​ການ​ເຈລະຈາ​ກັບ CPP ພາຍຫຼັງ​ການ​ເລືອກ​ຕັ້ງ​ສະພາ​ນະຄອນ​, ​ແຂວງ ​ແລະ ​ເມືອງ ​ໄດ້​ຮັບ​ກາ​ນຈັດ​ຕັ້ງ​ໃນ​ວັນ​ທີ 18/5.

 



ຂ່າວ/ບົດ​ອື່ນ