ພັກຊີຮີຍາດໄດ້ໄຊຊະນະໃນການເລືອກຕັ້ງຢູ່ເກຼກ

ພັກຊີຮີຍາດໄດ້ໄຊຊະນະໃນການເລືອກຕັ້ງຢູ່ເກຼກ - ảnh 1
ພັກຊີຮີຍາດໄດ້ໄຊຊະນະໃນການເລືອກຕັ້ງຢູ່ເກຼກ
(ພາບ:businessinsider.com.au)

(vovworld) - ​​ ໝາກຜົນ​ທາງ​ການ​ໃຫ້​ເຫັນ​ວ່າ, ພັກ​ຝ່າຍ​ຊ້າຍ​ຊີຣີ ຂອງ​ການ​ນຳ Alexis Tsipras ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ກ່ອນ​ກຳນົດ​ເວລາ​ຢູ່ ​ເກຼກ ດ້ວຍຈຳນວນ​ບັດ​ສະໜັບສະໜູນ​ກວ​ມ 35,54%, ​ເມື່ອ​ທຽບ​ໃສ່ 28,07% ​ເຊິ່ງພັກ​ຝ່າຍ​ຄ້ານ​ ປະຊາທິປະ​ໄຕ​ໃໝ່​ ຮັກສາ​ເດີມ​ ຍາດ​ໄດ້. ພາຍຫຼັງ​ປະກາດ​ຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ, ທ່ານ Alexis Tsipras ​ໄດ້​ຢືນຢັນ​ຂ່າວ​ທີ່​ວ່າ, ຊີຣີ ຈະ​ຮ່ວມ​ສຳພັນ​ກັບ​ພັກ​ຊາວ ເກຼກ ​ເອກະລາດ (ANEL) ຕາມ​ລັດທິ​ຊົນ​ຊາດ. ​ໃນ​ຂະນະ​ນັ້ນ, ການ​ນຳ ANEL, ທ່ານ Panos Kammenos, ​ໃຫ້​ຮູ້​ວ່າ, ທ່ານ​ຈະ​ພົບ​ປະ​ກັບ​ທ່ານ Alexis Tsipras ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ນີ້. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພັນທະ​ມິດ​ຊີຣີ - ANEL ອາດ​ບັນລຸ​ໄດ້​ພຽງ 155 ທີ່​ນັ່ງ​ໃນ​ລັດຖະສະພາລວມມີ 300 ທີ່​ນັ່ງ, ​ເມື່ອ​ທຽບ​ໃສ່ 162 ທີ່​ນັ່ງ​​ເຊິ່ງ​ພັນທະ​ມິດ​ນີ້ ຍາດ​ມາ​ໄດ້​ໃນການ​ເລືອກ​ຕັ້ງ​ເມື່ອ​ເດືອນ 1 ປີ​ນີ້.

ຂ່າວ/ບົດ​ອື່ນ