ພັກ​ປະ​ຊາ​ທິ​ປະ​ໄຕ ຍາດ​ໄດ້​ສິດ​ຄວບ​ຄຸມ​ສະ​ພາ​ສູງ ໃນ​ການ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ

(VOVWORLD) -ດ້ວຍສອງໄຊຊະນະຢ່າງລຽນຕິດຢູ່ ລັດ Arizona ແລະ Nevada ໃນວັນທີ 11 ແລະ 12 ພະຈິກ, ປັດຈຸບັນ, ພັກປະຊາທິປະໄຕ ບັນລຸໄດ້ 50 ບ່ອນນັ່ງ ໃນຂະນະພັກສາທາລະນະບັນລຸໄດ້ 49 ບ່ອນນັ່ງ ແລະ ຍາດໄດ້ສິດຄວບຄຸມສະພາສູງ ອາເມລິກາ ຢ່າງເປັນທາງການ.
ພັກ​ປະ​ຊາ​ທິ​ປະ​ໄຕ ຍາດ​ໄດ້​ສິດ​ຄວບ​ຄຸມ​ສະ​ພາ​ສູງ ໃນ​ການ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ - ảnh 1ທ່ານນາງ Catherine Cortez Masto (ພາບ: Getty)

ທ່ານນາງ Catherine Cortez Masto, ຜູ້ອອກສະໝັກເລືອກຕັ້ງພັກປະຊາທິປະໄຕ, ວັນທີ 12 ພະຈິກ ໄດ້ຮັບບັດສະໜັບສະໜູນຫຼາຍກວ່າທ່ານ Adam Laxalt - ຜູ້ອອກສະໝັກເລືອກຕັ້ງຂອງພັກສາທາລະນະ ຢູ່ລັດ Nevada ແລ້ວຍາດໄດ້ຕື່ມອີກ 1 ບ່ອນນັ່ງ ຢູ່ສະພາສູງມາໃຫ້ພັກປະຊາທິປະໄຕ.

ເປັນອັນວ່າ, ດ້ວຍສອງໄຊຊະນະຢ່າງລຽນຕິດຢູ່ ລັດ Arizona ແລະ Nevada ໃນວັນທີ 11 ແລະ 12 ພະຈິກ, ປັດຈຸບັນ, ພັກປະຊາທິປະໄຕ ບັນລຸໄດ້ 50 ບ່ອນນັ່ງ ໃນຂະນະພັກສາທາລະນະບັນລຸໄດ້ 49 ບ່ອນນັ່ງ ແລະ ຍາດໄດ້ສິດຄວບຄຸມສະພາສູງ ອາເມລິກາ ຢ່າງເປັນທາງການ. ປັດຈຸບັນ, ຍັງເຫຼືອແຕ່ລັດ Georgia ແມ່ນຍັງບໍ່ປະກາດຜົນການເລືອກຕັ້ງ ຍ້ອນຈະຈັດຂຶ້ນໃນວັນທີ 06 ທັນວາ.

ໃນຂະນະນັ້ນ, ຢູ່ສະພາຕ່ຳ, ພັກສາທາລະນະກໍພວມຫຍັບເຂົ້າໃກ້ກັບໄຊຊະນະ ເມື່ອບັນລຸໄດ້ 210 ບ່ອນນັ່ງ ເມື່ອທຽບໃສ່ 200 ບ່ອນນັ່ງຂອງພັກປະຊາທິປະໄຕ. ຕາມຂໍ້ກຳນົດແລ້ວ, ພັກໃດບັນລຸໄດ້ 218 ບ່ອນນັ່ງ ຈະຍາດໄດ້ສິດຄວບຄຸມຢູ່ສະພາຕ່ຳ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ