ພັກ,ລັດເອົາໃຈໃສ່,ເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ

ພັກ,ລັດເອົາໃຈໃສ່,ເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 11/8, ຢູ່ ຮ່າ​ໂນ້ຍ, ​ເມື່ອຕ້ອນຮັບ​ຄະນະ​ພະນັກງານ​ຖືກ​ສັດຕູ​ກັດ​ຂັງ, ຈຳ​ຄຸກ, ທະຫານ​ເສຍ​ອົງຄະ ​ແລະ ຍາດຕິ​ພີ່ນ້ອງ​ນັກຮົບ​ເສ​ຍສະຫຼະ​ຊີວິດ​ເພື່ອ​ຊາດ​ຂອງ​ແຂວງ ຫວີງ​ລອງ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ຕີ​ລາຄາ​ສູງ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ພະນັກງານ​ທີ່​ຖືກ​ສັດຕູ​ກັກ​ຂັງ, ຈຳ​ຄຸກ, ທະຫານ​ເສຍ​ອົງຄະ ​ແລະ ຍາດຕິ​ພີ່ນ້ອງ​ນັກຮົບ​ເສ​ຍສະຫຼະ​ຊີວິດ​ເພື່ອ​ຊາດ​ຂອງ​ແຂວງ ຫວີງ​ລອງ ​ໃນ​ພາລະກິດ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ຮອງ​ປະ​ທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ​ເຖິງ​ວ່າ​ຈຳນວນ​ຜູ້​ມີ​ຄຸນງາມຄວາມດີ​, ​ແມ່ ຫວຽດນາມ ວິລະ​ຊົນ ຢູ່ ຫວຽດນາມ ​ແມ່ນ​ຫຼາຍ​ຢູ່​ແຕ່​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ ຍາມ​ໃດ​ກໍ່​ສະ​ຫງວນຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ບັນດາ​ເປົ້າ​ໝາຍ​ດ້ວຍ​ບັນດາ​ແຜນ​ນະ​ໂຍບ​າຍ, ນະ​ໂຍບາຍ​ລະອຽດ, ​ແທດ​ຈິງ. ດັ່ງ​ນັ້ນ, ຊີວິດ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ຂອງ​ຜູ້​ທີ່ມີ​ຄຸນງາມຄວາມດີ​ໄດ້​ຮັບ​ການ​ປັບປຸງ​ພໍ​ສົ​ມຄວນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຫວັງ​ວ່າ ຜູ້​ມີ​ຄຸນງາມຄວາມດີ​ແຂວງ ຫວີງ​ລອງ ຈະສືບ​ຕໍ່​ເປັນ​ເສນາ​ທິການ​ກັບ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​​ເພື່ອ​ກໍ່ສ້າງແຂວງ ຫວີ​ງລ​ອງ ​ໃຫ້ນັບ​ມື້​ນັບ​ຮັ່ງ​ມີ, ສວຍ​ງາມ.


ຂ່າວ/ບົດ​ອື່ນ