ພັກ​ແຮງ​ງານ ສປປ​ເກົາຫຼີ ປະກາດ ​ຈັດ​ກອງ​ປະຊຸມ​ຄັ້ງທີ 4

ພັກ​ແຮງ​ງານ ສປປ​ເກົາຫຼີ ປະກາດ ​ຈັດ​ກອງ​ປະຊຸມ​ຄັ້ງທີ 4 - ảnh 1
ພາບປະກອບ

(ພາບ:tinmoi.vn)

( vovworld ) ​ຕອນ​ເຊົ້າວັນ​ທີ 2/4, ພັກ​ແຮງ​ງານ ສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ ປະກາດ​ຈະ​ດຳ​ເນີນ​ກອງ​ປະຊຸມ​ຄັ້ງທີ 4 ກ່ອນ​ຈຸດ​ເວລາ​ທີ່​ປະ​ເທດ​ນີ້ ຍິງ​ດາວ​ທຽ​ມ Kwangmyongsong 3 ຊື່​ງຄາດ​ວ່າ​ໃນ​ລະຫວ່າງ​ວັນ​ທີ 12-16/4 ​ເນື່ອງ​ໃນ​ໂອກາດ​ລະນຶກ 100 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ອະດີດ​ການ​ນຳ Kim Il Sung. ສຳນັກ​ຂ່າວສານ​ສູນ​ກາງສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ  KCNA ​ໃຫ້​ຮູ້​ວ່າ ກອງ​ປະຊຸມ​ຈະ​ຖືກ​ຮຽກ​ໂຮມ​ໃນ​ວັນ​ທີ 11/4 ທີ່​ຈະ​ມາ​ເຖິງ​ຢູ່​ນະຄອນຫຼວງ​ພຽງ​ຢາງ. ທີ່​ກອງ​ປະຊຸມ, ບັນດາ​ສະມາຊິກ​ພັກ​ແຮງ​ງານສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ  ຈະ​ເລືອກ​ຕັ້ງການ​ນຳ​ຄົນ​ໃໝ່ Kim Jong Un ດຳລົງ​ຕຳ​ແໜ່​ງສຳຄັນ​ອື່ນໆ​ອີກ​​ໃນ​ພັກ. ນອກຈາກ​ນັ້ນ​ແລ້ວ, ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້​ກໍ​ຄາດ​ວ່າ​ຈະ​ຮຽກ​ໂຮມ​ວາລະ​ປະຊຸມ​ປະຈຳ​ປີ​ໃນ​ວັນ​ທີ 13/4 ​ເພື່ອ​ເລືອກ​ຕັ້ງປະທານ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ລັດ.

   ກ່ຽວຂ້ອງ​ເຖິງ​ແຜນການ​ຍິງ​ດາວ​ທຽມ​ຂອງ ສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ  ນັ້ນ, ກ່າວ​ຄຳ​ເຫັນ​ກັບ​ບັນດາ​ນັກ​ຂ່າວ​ທີ່​ນະຄອນຫຼວງ​ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ ​ເມື່ອ​ວັນ​ທີ 1/4, ທ່ານ ສຸຣິນ ພິດ​ສຸວັນ, ​ເລ​ຂາ​ທິການ​ໃຫ່ຍສະຫະ​ສະມາ​ຊົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN) ​ໃຫ້​ຮູ້​ວ່າ, ບັນດາ​ປະ​ເທດ ASEAN ປຶກສາ​ຫາລື​ບັນຫາ​ນີ້​ທີ່​ກອງ​ປະຊຸມ​ສຸດ​ຍອດ ASEAN ​ໃນ​ວັນ​ທີ 2-3/4 ພາຍຫຼັງ​ທີ່​ປະ​ເທດ Philippin ​ໄດ້​ຝາກ​ຈົດໝາຍ​ວຽນ​ຄັດຄ້ານ​ແຜນການ​ນີ້​ຂອງ​ພຽງ​ຢາງ ​ເຖິງ​ຜູ້ຕາງໜ້າ​ຂອງສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ  ຢູ່​ສະຫະ​ປະຊາ​ຊາດ, ຈີ​ນ ​ແລະ ບັນດາ​ປະ​ເທດ​ສະມາຊິກ ASEAN.

 

 

 

ຂ່າວ/ບົດ​ອື່ນ