ພັກ​ແຮງ​ງານ​ເຂົ້າ​ຮ່ວມ​ສ​ຳ​ພັນ​ທະ​ມິດ​ກຳ​ອຳນາດ​ຢູ່ ອິດ​ສະ​ລາ​ແອັນ ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 26 ເມສາ, ດ້ວຍຈຳນວນບັດສະໜັບສະໜູນ 64,2%, ຄະນະກຳມະການສູນກາງພັກແຮງງານອິດສະລາແອັນໄດ້ເຫັນດີຕໍ່ເລື່ອງພັກການເມືອງນີ້ເຂົ້າຮ່ວມລັດຖະບານເອກະພາບ ລະຫວ່າງພັກ Likud ແລະ ພັກ ຂຽວ - ຂາວ ຕາມກົນໄກ ນາຍົກລັດຖະມົນຕີ ໝູນວຽນດຳລົງຕຳແໜ່ງລະຫວ່າງ ທ່ານປະທານ ພັກ Likud Benjamin Netanyahu ແລະ ທ່ານປະທານພັກຂຽວ - ຂາວ Benny Gantz, ໃນນັ້ນ ທ່ານ Benjamin Netanyahu ຈະຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ ອິດສະລາແອັນ ໃນຮອບເວລາ 18 ເດືອນທຳອິດ.
ພັກ​ແຮງ​ງານ​ເຂົ້າ​ຮ່ວມ​ສ​ຳ​ພັນ​ທະ​ມິດ​ກຳ​ອຳນາດ​ຢູ່ ອິດ​ສະ​ລາ​ແອັນ ​ຢ່າງ​ເປັນ​ທາງ​ການ - ảnh 1 ທ່ານ Amir Peretz ການນຳພັກແຮງງານ, ສະມາຊິກລັດຖະສະພາ (ພາບ:  timesofisrael.com)

ການກະທຳນີ້ໄດ້ດຳເນີນພາຍຫຼັງ ທ່ານ Amir Peretz ການນຳພັກແຮງງານ, ສະມາຊິກລັດຖະສະພາ ລົງນາມໃນຂໍ້ຕົກລົງເຂົ້າຮ່ວມລັດຖະບານສຳພັນທະມິດ ມາເປັນເວລາ 2 – 3 ມື້. ຕາມນັ້ນແລ້ວ, ທ່ານ Amir Peretz ແລະ ທ່ານສະມາຊິກລັດຖະສະພາຄົນໜຶ່ງ ຂອງ ພັກແຮງງານຈະດຳລົງ ຕຳແໜ່ງ ລັດຖະມົນຕີ 2 ຕຳແໜ່ງໃນຄະນະລັດຖະບານໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ