ພິກ​ໄທ ຫວຽດ​ນາມ ຢັ້ງ​ຢືນ​ທີ່​ຕັ້ງ​ໃນ​ຕະ​ຫຼາດ​ສາ​ກົນ

(VOVWORLD) - ວັນທີ 9 ພະຈິກ, ຢູ່ນະຄອນ ບວນມາທວດ, ແຂວງດັກລັກ, ສະຫະສະມາຄົມພິກໄທ ຫວຽດນາມ ໄດ້ຈັດກອງປະຊຸມສາກົນກ່ຽວກັບຂະແໜງສິນຄ້າພິກໄທ ຫວຽດນາມ. ກວ່າ 1 ທົດສະວັດຜ່ານມາ, ຂະແໜງພິກໄທ ຫວຽດນາມ ມີການເຕີບໂຕຢ່າງແຮງນັບທັງດ້ານເນື້ອທີ່, ປະລິມານການຜະລິດຂອງພິກໄທ, ພິເສດ, ໃນໄລຍະ 2014 – 2017.
ພິກ​ໄທ ຫວຽດ​ນາມ ຢັ້ງ​ຢືນ​ທີ່​ຕັ້ງ​ໃນ​ຕະ​ຫຼາດ​ສາ​ກົນ - ảnh 1ກອງປະຊຸມສາກົນກ່ຽວກັບຂະແໜງສິນຄ້າພິກໄທ ຫວຽດນາມ (ພາບ: VOV)

ທ່ານ ຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ຍັງແມ່ນປະເທດທີ່ຜະລິດ ແລະ ສົ່ງອອກພິກໄທຫຼາຍທີ່ສຸດໃນໂລກ. ປີ 2022, ຫວຽດນາມ ສົ່ງອອກໄດ້ປະມານ 220.000 ໂຕນ, ກວມເອົາ 55% ຍອດປະລິມານການຜະລິດພິກໄທຂອງທົ່ວໂລກ. ຫວຽດນາມ ຢັ້ງຢືນໄດ້ທີ່ຕັ້ງຂອງຕົນໃນຕະຫຼາດໂລກ ແຕ່ຕ້ອງມີມາດຕະການລະອຽດເພື່ອຮັກສາທ່າໄດ້ປຽບຂອງໝາກພິກໄທ ຫວຽດນາມ.

        “ທີໜຶ່ງແມ່ນ ພະຍາຍາມບັນລຸໄດ້ມາດຕະຖານສາກົນ ພິເສດແມ່ນບັນດາມາດຕະຖານການຜະລິດແບບຍືນຍົງກ່ຽວກັບເສດຖະກິດ, ສັງຄົມ, ສິ່ງແວດລ້ອມ. ທີສອງແມ່ນໝູນໃຊ້ເຕັກໂນໂລຢີເຂົ້າໃນການຄຸ້ມຄອງການຜະລິດ, ການກວດກາທີ່ມາ ແລະ ເຊື່ອມຕໍ່ລູກຄ້າເພື່ອນຳໃຊ້ບັນດາລະບົບນັ້ນເຂົ້າໃນການເຄື່ອນໄຫວ maketing. ທີສາມແມ່ນ ກຳນົດທິດຍຸດທະສາດສ້າງພາບພົດຄືນໃໝ່ ເພື່ອເພີ່ມທະວີການປະກົດຕົວຢູ່ບັນດາຕະຫຼາດຫຼັກແຫຼ່ງ, ວັດແທກປະສິດທິຜົນລະອຽດກ່ຽວກັບການພັດທະນາຜະລິດຕະພັນເຂົ້າໃນບັນດາຕະຫຼາດຕ້ອງການຄຸນນະພາບສູງ”.

ຕອບກັບ

ຂ່າວ/ບົດ​ອື່ນ