ພິຈາລະນາຕໍ່ການແກ່ຍາວເວລາປະຕິບັດທົດລອງການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 5 ພະຈິກ, ສະພາແຫ່ງຊາດຫວຽດນາມໄດ້ປຶກສາຫາລືກ່ຽວກັບບົດລາຍງານສະຫຼຸບການປະຕິບັດທົດລອງການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງຫວຽດນາມ ແລະ ມະຕິຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດທົດລອງການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງຫວຽດນາມ.

ວັນທີ 25 ມັງກອນ 2017, ລັດຖະບານໄດ້ປະກາດໃຊ້ດໍາລັດວ່າດ້ວຍການກໍານົດລໍາດັບ, ລະບຽບການປະຕິບັດທົດລອງການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງຫວຽດນາມ. ມາຮອດປັດຈຸບັນ, ຫວຽດນາມໄດ້ອອກວິຊາເອເລກໂຕນິກ ຈໍານວນເກືອບ 337.000 ວິຊາ ໃຫ້ແກ່ພົນລະເມືອງ ມາຈາກ 46 ປະເທດ ທີ່ເຂົ້າເມືອງຫວຽດນາມ ຜ່ານ 28 ດ່ານສາກົນ ເຊິ່ງລວມທັງທ່າອາກາດສະຍານ, ດ່ານຊາຍແດນທາງບົກ ແລະ ທາງທະເລ. ທ່ານ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ຢັ້ງຢືນວ່າ: ວິວັດແຫ່ງການຜັນຂະຫຍາຍການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງຫວຽດນາມ ຮັບປະກັນໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ ຕິດພັນກັບໜ້າທີ່ຮັບປະກັນຄວາມສະຫງົບ, ປອດໄພ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານຂອງປະເທດໃນປັດຈຸບັນ. ທ່ານສະເໜີວ່າ:

        “ລັດຖະບານກໍານົດຕ້ອງສືບຕໍ່ປະຕິບັດການທົດລອງດັ່ງກ່າວ ເພື່ອແນໃສ່ສະຫຼຸບ, ຕີລາຄາຢ່າງຮອບດ້ານກວ່າອີກ ກ່ຽວກັບຜົນກະທົບຂອງນະໂຍບາຍດັ່ງກ່າວຕໍ່ກັບບັນດາຂົງເຂດຂອງເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ. ເພື່ອຮັບປະກັນການເຄື່ອນໄຫວອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ ບໍ່ຖືກຢຸດສະງັກ, ບໍ່ສົ່ງຜົນສະທ້ອນເຖິງການພົວພັນຕ່າງປະເທດ, ລັດຖະບານສະເໜີຕໍ່ສະພາແຫ່ງຊາດ: ພິຈາລະນາ, ອະນຸຍາດໃຫ້ແກ່ຍາວເວລາປະຕິບັດທົດລອງການອອກວິຊາເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດເຂົ້າເມືອງຫວຽດນາມ ຕື່ມອີກ 02 ປີ, ນັບແຕ່ວັນທີ 01 ກຸມພາ 2019 ເປັນຕົ້ນໄປ”.

        ກ່ອນໜ້ານັ້ນ, ເມື່ອປຶກສາຫາລືກ່ຽວກັບການໃຫ້ສັດຕະຍາບັນ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ກໍຄືເອກະສານສະບັບອື່ນ ທີ່ກ່ຽວຂ້ອງ, ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ເຫັນດີຕໍ່ການໃຫ້ສັດຕະຍາບັນສັນຍາສະບັບດັ່ງກ່າວ.  ທ່ານ ຫງວຽນຕ໊ຽນລົກ, ສະມາຊິກສະພາແຫ່ງຊາດແຂວງຖ໊າຍບິນ ຖືວ່າ:

        “ພ້ອມກັບການໃຫ້ສັດຕະຍາບັນສັນຍາ CPTPP, ຂ້າພະເຈົ້າສະເໜີຕໍ່ລັດຖະບານ ຈົ່ງສ້າງໂຄງການເຄື່ອນໄຫວຮັບປະກັນການປະຕິບັດສັນຍາສະບັບດັ່ງກ່າວໃຫ້ມີປະສິດທິຜົນ. ໂຄງການດັ່ງກ່າວຕ້ອງຮັບປະກັນສາມຄາດໝາຍດັ່ງນີ້: ທີໜຶ່ງແມ່ນ ຕ້ອງບັນລຸຄົບຖ້ວນບັນດາໜ້າທີ່ສ້າງນະໂຍບາຍ, ກົດໝາຍທີ່ຈໍາເປັນ, ບໍ່ພຽງແຕ່ປະຕິບັດຄໍາໝັ້ນສັນຍາທີ່ລະບຸໃນສັນຍາດັ່ງກ່າວເທົ່ານັ້ນ ຫາກຍັງຕ້ອງຮັບມືກັບບັນດາສິ່ງທ້າທາຍ, ໝູນໃຊ້ບັນດາກາລະໂອກາດທີ່ດີເປີດອອກ. ທີສອງແມ່ນ ຄາດຄະເນໄດ້ບັນດາວິທີການລະອຽດ, ພວກເຮົາບໍ່ພຽງແຕ່ປະຕິບັດສັນຍາສະບັບດັ່ງກ່າວຢ່າງເຂັ້ມງວດເທົ່ານັ້ນ ຫາກຍັງຕ້ອງປະຕິບັດຢ່າງສະຫຼາດຫຼັກແຫຼມ, ເປັນເຈົ້າການ ແລະຊົມໃຊ້ຜົນປະໂຫຍດທີ່ສັນຍາສະບັບດັ່ງກ່າວນໍາມາໃຫ້ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະ ປະເທດຊາດ. ທີສາມແມ່ນ ໂຄງການປະຕິບັດການເຄື່ອນໄຫວຕ້ອງເນັ້ນໜັກເຖິງການຈັດຕັ້ງປະຕິບັດ ແລະໜູນຊ່ວຍບັນດາເປົ້າໝາຍທີ່ຮັບຜົນກະທົບ, ພິເສດແມ່ນບັນດາວິສາຫະກິດຂະໜາດນ້ອຍສຸດ, ຂະໜາດນ້ອຍ ແລະ ຂະໜາດກາງ ກໍຄືບັນດາເປົ້າໝາຍໃນຂົງເຂດກະສິກໍາ, ຊົນລະບົດ”.

        ໃນວັນດຽວກັນ, ສະພາແຫ່ງຊາດກໍຈະປຶກສາຫາລືກ່ຽວກັບບາງເນື້ອໃນ ທີ່ມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຕໍາຫຼວດທະເລຫວຽດນາມອີກດ້ວຍ.

        

ຕອບກັບ

ຂ່າວ/ບົດ​ອື່ນ