ພັດທະນາກະສິກຳຕາມທິດເຕີບໂຕຂຽວເພື່ອຫລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ

vovworld - ຂະແໜງກະສິກຳ ໄດ້ ແລະ ພວມຜັນຂະຫຍາຍບັນດາວິທີການຫລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວໃນແຕ່ລະຂົງເຂດເພື່ອຮັບມືກັບບັນດາລະບົບຊີວະພາບ

ພັດທະນາກະສິກຳຕາມທິດເຕີບໂຕຂຽວເພື່ອຫລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ - ảnh 1 ກອງປະຊຸມໃນວັນທີ 15 ມິຖຸນາ

ວັນທີ 15 ມິຖຸນາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ຈັດຕັ້ງກອງປະຊຸມສຳມະນາ “ບາງການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງຂະແໜງກະສິກຳໃນສະພາບການປະຕິບັດສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮ່ວາງວັນຖັງ ໃຫ້ຮູ້ວ່າ:  ຂະແໜງກະສິກຳ ໄດ້ ແລະ ພວມຜັນຂະຫຍາຍບັນດາວິທີການຫລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວໃນແຕ່ລະຂົງເຂດເພື່ອຮັບມືກັບບັນດາລະບົບຊີວະພາບ:

        “ກະຊວງໄດ້ປະກາດໃຊ້ລາຍການເຄື່ອນໄຫວປະຕິບັດບັນດາຂໍ້ຕົກລົງ ປາຣີ ໃນກະສິກຳ. ເພື່ອຫລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ, ຂະແໜງໄດ້ຍູ້ແຮງການສ້າງໂຄງປະກອບກະສິກຳຄືນໃໝ່ຕາມທິດຍົກສູງມູນຄ່າເພີ່ມ ແລະ ພັດທະນາແບບຍືນຍົງ. ໃນນັ້ນ, ພັດທະນາຕາມທິດ “ເຕີບໂຕຂຽວ” ຄື: ຄ່ອຍໆຫລຸດຜ່ອນການນຳໃຊ້ບັນດາແຫຼ່ງຊັບພະຍາກອນທຳມະຊາດໃນການຜະລິດເກີນກຳນົດຄື: ນ້ຳ, ທີ່ດິນ. ທັດສະນະພັດທະນາແມ່ນໃຫ້ເໝາະສົມກັບບັນດາລະບົບຊີວະພາບຫາກບໍ່ສົ່ງຜົນກະທົບເກີນກຳນົດເຖິງຊັບພະຍາກອນທຳມະຊາດ”

ຕອບກັບ

ຂ່າວ/ບົດ​ອື່ນ