ພັດທະນາກະສິກຳແບບຍືນຍົງໃນການເຊື່ອມໂຍງເຂົ້າກັບອາຊຽນ

ພັດທະນາກະສິກຳແບບຍືນຍົງໃນການເຊື່ອມໂຍງເຂົ້າກັບອາຊຽນ - ảnh 1
ພັດທະນາກະສິກຳແບບຍືນຍົງໃນການເຊື່ອມໂຍງເຂົ້າກັບອາຊຽນ

(vovworld) – ດ້ວຍ​​ເປົ້າໝາຍ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ກະສິກຳ​, ຮັບປະກັນ​ຜົນ​ປະ​ໂຫຍດ​ໃຫ້​ຊາວກະສິກອນ ​ແລະ ພັດທະນາ​ກະສິກຳ​​ແບບ​ຍືນ​ຍົງ​ໃນ​ສະພາບ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ ອາ​ຊຽນ, ​ໃນ​ລະຫວ່າງ​ວັນ​ທີ 15 – 16/09 ຢູ່ ຮ່າ​ໂນ້ຍ, ກອງ​ທຶນ​ສັນຕິພາບ ​ແລະ ພັດທະນາ ຫວຽດນາມ ສົມທົບ​ກັບ​ກອງ​ທຶນ Rosa Luxemburg ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້​ວ່າ: “ພັດທະນາ​ກະສິກຳ​​ແບບ​ຍືນ​ຍົງ​ໃນ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ ອາ​ຊຽນ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຈິ້ງ​ງອກ​ທ໋າຍ ຮອງ​ປະທານ​ກອງ​ທຶນ​ສັນຕິພາບ ​ແລະ ພັດທະນາ ຫວຽດນາມ ​ໃຫ້​ຮູ້​ວ່າ: ດ້ວຍ​ພົນລະ​ເມືອງ​​ປະມານ 70% ​ແມ່ນ​ຊາວ​ກະສິກອນ ກະ​ສິກຳ​ຍາມ​​ໃດ​ກໍ່​ແມ່ນ​ຂົງ​ເຂດ​ສຳຄັນ​ທີ່​ສຸດ, ປະກອບສ່ວນ​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ, ກວມ​ເອົາ​ເກືອບ 20% GDP ທົ່ວ​ປະ​ເທດ. ການ​ເຊື່ອມ​​ໂຍງ​ເສດຖະກິດ​ເວົ້າ​ລວມ ​ແລະ ການ​ເຊື່ອມ​​ໂຍງ​ເສດຖະກິດ ອາ​ຊຽນ ​ເວົ້າ​ສະ​ເພາະ ​ໄດ້​ນຳ​ມາ​ໃຫ້​ບັນດາ​ຜົນ​ປະ​​ໂຫຍ​ດ ​ແລະ ກາລະ​ໂອກາດ​ໃຫ້​ຊາວກະສິກອນ​, ​ໃຫ້​ພື້ນຖານ​ກະສິກຳ ຫວຽດນາມ ກໍ່​ຄືບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ເວົ້າ​ລວມ. ນັ້ນ​ແມ່ນ​ການ​ເປີດ​ກ້ວາງ​ ​ຕະຫລາດ​ສົ່ງ​ອອກ, ຄວາມ​ເສລີ​​ໃນ​ການ​ຄ້າ, ດຶງ​ດູດ​ເງິນ​ລົງທຶນ, ​ແລກປ່ຽນ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ…ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ກໍ່​ປຶ​ກສາ​ຫາລື​ບາງ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ພັດທະນາ​ກະສິກຳ​​ແບບ​ຍືນ​ຍົງ​ໃນ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ ອາຊຽນ.

 

ຂ່າວ/ບົດ​ອື່ນ