ພັດທະນາການທ່ອງທ່ຽວອັດສະລິຍະ ແມ່ນທິດເດີນທີ່ເໝາະສົມຂອງຂະແໜງການທ່ອງທ່ຽວຫວຽດນາມ

(VOVWORLD) -ເລື່ອງໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການພັດທະນາຂະແໜງການທ່ອງທ່ຽວ ແມ່ນທ່າອ່ຽງຈໍາເປັນ ເພື່ອໃຫ້ຂະແໜງທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຢ່າງແທ້ຈິງ.

        “ການທ່ອງທ່ຽວໃນການປະຕິວັດອຸດສາຫະກໍາ 4.0” ແມ່ນຫົວຂໍ້ຂອງກອງປະຊຸມສໍາມະນາ ໂດຍສະຫະສະມາຄົມທ່ອງທ່ຽວຫວຽດນາມ ແລະ ໜັງສືພິມ ເຍິນເຢິນ ສົມທົບກັນຈັດຕັ້ງໃນຕອນບ່າຍວັນທີ 28 ມີນາ ຮ່າໂນ້ຍ ເຊິ່ງນອນໃນຂອບເຂດງານຕະຫຼາດນັດທ່ອງທ່ຽວສາກົນຢູ່ຫວຽດນາມ ປີ 2019. ທີ່ກອງປະຊຸມສໍາມະນາ, ຜູ້ແທນຫຼາຍທ່່ານໄດ້ແບ່ງປັນ, ເຮັດແຈ້ງບັນດານິຍາມໃໝ່ທີ່ກ່ຽວຂ້ອງເຖິງການທ່ອງທ່ຽວອັດສະລິຍະ, ປຶກສາຫາລືກ່ຽວກັບມາດຕະການ, ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່່າວສານເຂົ້າໃນບັນດາການບໍລິການທ່ອງທ່ຽວ, ການພັກເຊົາ, ການສື່ສານ, ການໂຄສະນາການທ່ອງທ່ຽວ...

ພັດທະນາການທ່ອງທ່ຽວອັດສະລິຍະ ແມ່ນທິດເດີນທີ່ເໝາະສົມຂອງຂະແໜງການທ່ອງທ່ຽວຫວຽດນາມ - ảnh 1 ກອງປະຊຸມສໍາມະນາ “ການທ່ອງທ່ຽວໃນການປະຕິວັດອຸດສາຫະກໍາ 4.0” (ພາບ: vietnamtourism.gov.vn)

        ທ່ານ ຫວູເຖ໊ບິ່ງ ຮອງປະທານຜູ້ປະຈໍາການສະຫະສະມາຄົມທ່ອງທ່ຽວຫວຽດນາມ ແບ່ງປັນວ່າ:  ໃນ 3 ປີ ຜ່ານມາ, ຂະແໜງທ່ອງທ່ຽວຫວຽດນາມພັດທະນາຢ່າງວ່ອງໄວ, ບັນລຸລະດັບສະຖິຕິ. ປັດຈຸບັນມີຮູບແບບວິສາຫະກິດ 2 ປະເພດທີ່ກ່ຽວຂ້ອງເຖິງການທ່ອງທ່ຽວ ໄດ້ນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ພູມປັນຍາທຽມເພື່ອພັດທະນາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວ ເປັນຕົ້ນແມ່ນໄດ້ສ້າງໂປຼແກມໃໝ່ໃຫ້ແກ່ນັກທ່ອງທ່ຽວ ຈ່ອງໂຮງແຮມ, ຈ່ອງລາຍການທ່ອງທ່ຽວ, ຊໍາລະຄ່າໃຊ້ຈ່າຍ, ຊີ້ບອກທາງ... ສ້າງຄວາມສະດວກ, ວ່ອງໄວ ແລະ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ເລື່ອງໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການພັດທະນາຂະແໜງການທ່ອງທ່ຽວ ແມ່ນທ່າອ່ຽງຈໍາເປັນ ເພື່ອໃຫ້ຂະແໜງທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຢ່າງແທ້ຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ