ພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ ລາວ - ຫວຽດນາມ ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໄລຍະຈະມາເຖິງ, ສອງປະເທດຈະສາມັກຄີ, ເປັນເອກະພາບກ່ວາອີກ, ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການພົວພັນ “ມິດຕະພາບທີ່ຍິ່ງໃຫຍ່” ຫວຽດນາມ - ລາວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ...
ພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ ລາວ - ຫວຽດນາມ ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບຄະນະຜູ້ແທນກະຊວງຍຸຕິທຳ ສປປ ລາວ
(ພາບ:Dương Giang/TTXVN)

ຕອນບ່າຍວັນທີ 22 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ນຳໜ້າຄະນະຜູ້ແທນກະຊວງຍຸຕິທຳ ລາວ ມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໄລຍະຈະມາເຖິງ, ສອງປະເທດຈະສາມັກຄີ, ເປັນເອກະພາບກ່ວາອີກ, ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການພົວພັນ “ມິດຕະພາບທີ່ຍິ່ງໃຫຍ່” ຫວຽດນາມ - ລາວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກ່ວາອີກ, ປະກອບສ່ວນຊ່ວຍໃຫ້ແຕ່ລະປະເທດສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ມີປະສິດທິຜົນ, ໃນນັ້ນມີການສົ່ງເສີມວິສາຫະກິດສອງປະເທດຮ່ວມມື, ລົງທຶນຢູ່ແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນ ຈະສະໜັບສະໜູນການພົວພັນຮ່ວມມືລະຫວ່າງກະຊວງຍຸຕິທຳສອງປະເທດ, ຫວຽດນາມ ກຽມພ້ອມສືບຕໍ່ໜູນຊ່ວຍ ລາວ ໃນຂົງເຂດກົດໝາຍ ແລະ ນິຕິກຳ, ພິເສດແມ່ນຊຸກຍູ້ການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແບ່ງປັນບົດຮຽນໃນການສ້າງສຳເລັດລະບຽບການ, ສ້າງລັດແຫ່ງກົດໝາຍສັງຄົມນິຍົມ; ສະເໜີໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າແກ້ໄຂບັນດາບັນຫາລວມທີ່ກ່ຽວຂ້ອງເຖິງສັນຊາດຂອງປະຊາຊົນທີ່ດຳລົງຊີວິດຢູ່ໃກ້ເຂດຊາຍແດນລວມຂອງສອງປະເທດ; ສືບຕໍ່ສະໜັບສະໜູນກັນໃນບັນດາເວທີປາໄສກ່ຽວກັບກົດໝາຍຫຼາຍຝ່າຍ ແລະ ພາກພື້ນ.

        ສ່ວນທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ຢັ້ງຢືນວ່າ: ຍາມໃດລາວ ກໍ່ຖືເປັນສຳຄັນ, ປາດຖະໜາຢາກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດລາວ - ຫວຽດນາມ ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ