ພັດ​ທະ​ນາ​ຂະ​ແໜງ​ທ່ອງ​ທ່ຽວ​ຊຸມ​ຊົນ​ຕິດ​ພັນ​ກັບ ​ເຕັກ​ໂນ​ໂລ​ຢີ ຢູ່​ແຂວງ ລາຍ​ເຈົາ

(VOVWORLD) - ວັນທີ 28 ສິງຫາ, ຢູ່ບ້ານ ລາຍຈ໋າຍ 1, ຕາແສງ ຄຸນຮ່າ, ເມືອງ ຕາມເດືອງ, ແຂວງ ລາຍເຈົາ ໄດ້ດຳເນີນກອງປະຊຸມສຳມະນາກ່ຽວກັບການພັດທະນາການທ່ອງທ່ຽວຊຸມຊົນຕິດພັນກັບ ເຕັກໂນໂລຢີ (Metaverse) ດ້ວຍຫົວຂໍ້ “ຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ຄວາມຄາດຫວັງບືນໄປໄກ”.
ພັດ​ທະ​ນາ​ຂະ​ແໜງ​ທ່ອງ​ທ່ຽວ​ຊຸມ​ຊົນ​ຕິດ​ພັນ​ກັບ ​ເຕັກ​ໂນ​ໂລ​ຢີ ຢູ່​ແຂວງ ລາຍ​ເຈົາ - ảnh 1ກອງປະຊຸມສຳມະນາ

ໃນກອງປະຊຸມສຳມະນາ ໄດ້ປຶກສາຫາລືກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ການ start up, ປ່ຽນແປງໃໝ່ປະດິດຄິດສ້າງໃນຂົງເຂດການທ່ອງທ່ຽວ; ສົມທົບກັບການຄົ້ນຄວ້າ, ໃຫ້ຄຳປຶກສາຫາ, ບຳລຸງສ້າງນັກທຸລະກິດທ້ອງຖິ່ນ ກ່ຽວກັບການພັດທະນາການທ່ອງທ່ຽວຕິດພັນກັບການຫັນເປັນດີຈີຕອນແຫ່ງຊາດ ແລະ ໝູນໃຊ້ມາດຕະການເຕັກໂນໂລຢີ 4.0; ຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍລະບົບນິເວດ start up ປ່ຽນແປງໃໝ່ປະດິດຄິດສ້າງປີ 2022 ໃຫ້ເໝາະສົມກັບເງື່ອນໄຂ ແລະ ສະພາບການຕົວຈິງຂອງແຂວງ ລາຍເຈົາ.

        ລາຍເຈົາ ແມ່ນແຂວງໜຶ່ງທີ່ມີທິດທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ອາກາດປອດໂປ່ງ ພ້ອມກັບຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງບັນດາເຜົ່າດຳລົງຊີວິດໃນບໍລິເວນແຂວງ. ພິເສດ, ແຂວງ ລາຍເຈົາ ມີຄວາມເອົາໃຈໃສ່ເຖິງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການພັດທະນາການທ່ອງທ່ຽວ. ໃນໄລຍະ 2 ປີ 2020 – 2021 ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍຕາມ, ແຕ່ການທ່ອງທ່ຽວແຂວງ ລາຍເຈົາ ຍັງຕ້ອນຮັບແຂກທ່ອງທ່ຽວໄດ້ເກືອບ 800.000 ເທື່ອຄົນ.

ຄັກກຽນ, ນັກຂ່າວ VOV ປະຈຳ ເຂດຕາເວັນຕົກສ່ຽງເໜືອ.   

ຕອບກັບ

ຂ່າວ/ບົດ​ອື່ນ