ພັດ​ທະ​ນາ​ທັກ​ສະ​ທີ່​ຈຳ​ເປັນ​ໃຫ້​ແກ່ ຊາວ​ໜຸ່ມ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ

(VOVWORLD) -ຕອນບ່າຍວັນທີ 14 ກໍລະກົດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ພ້ອມກັບບັນດາອົງການຈັດຕັ້ງສາກົນ ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບອະນາຄົດວຽກເຮັດງານທຳໃນສະພາບການໂລກລະບາດໂຄວິດ - 19 ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ດ້ວຍຫົວຂໍ້ “ພັດທະນາທັກສະທີ່ຈຳເປັນໃຫ້ແກ່ຊາວໜຸ່ມ ຫວຽດນາມ” ພາຍໃຕ້ຮູບການທາງໄກ.
ພັດ​ທະ​ນາ​ທັກ​ສະ​ທີ່​ຈຳ​ເປັນ​ໃຫ້​ແກ່ ຊາວ​ໜຸ່ມ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ - ảnh 1ກອງປະຊຸມສຳມະນາສາກົນ "ພັດທະນາທັກສະທີ່ຈຳເປັນໃຫ້ແກ່ຊາວໜຸ່ມ ຫວຽດນາມ" (ພາບ: baodantoc.vn)

ໃນກອງປະຊຸມສຳມະນານີ້, ບັນດາຜູ້ແທນເຂົ້າຮ່ວມໄດ້ຕີລາຄາ, ຊີ້ແຈ້ງບັນດາຜົນກະທົບຂອງໂລລະບາດໂຄວິດ - 19 ແລະ ການປະຕິວັດອຸດສາຫະກຳ ຄັ້ງທີ 4 ຕໍ່ອະນາຄົດວຽກເຮັດງານທຳ ແລະ ທັກສະສຳລັບຊາວໜຸ່ມ; ປຶກສາຫາລືກ່ຽວກັບບັນດາປັນຍາຄວາມຮູ້, ຄຸນຄ່າ ແລະ ທັກສະຕ່າງໆ ເຊິ່ງ ຊາວໜຸ່ມຕ້ອງປະກອບໃຫ້ແກ່ຕົນເອງ ເພື່ອເປັນພື້ນຖານພັດທະນາໃນຍຸກສະໄໝດີຈີຕອນ; ບັນດາຄຸນຄ່າເຊິ່ງການບຳລຸງສ້າງແຮງງານຄວນມຸ່ງໄປເຖິງ ໃນຂະນະທີ່ຄຸນຄ່າທາງດ້ານຈິດໃຈ, ວັດທະນະທຳ, ການປ່ຽນແປງໃໝ່ - ປະດິດຄິດສ້າງ ນັບມື້ນັບສວມບົດບາດຕັດສິນຄຸນຄ່າຂອງຜະລິດຕະພັນ…

        ເນື່ອງໃນໂອກາດນີ້, ຊາວໜຸ່ມດີເດັ່ນ 10 ຄົນ ທີ່ບັນລຸໄດ້ຜົນງານດີເດັ່ນໃນບັນດາຂົງເຂດ, ຂະແໜງການ, ອາຊີບ ໄດ້ຮັບຂໍ້ຕົກລົງ ທູດທັກສະອາຊີບໜຸ່ມ ຫວຽດນາມ ປີ 2021.


ຕອບກັບ

ຂ່າວ/ບົດ​ອື່ນ