ພັດທະນານະຄອນໂຮ່ຈີມິນ ກາຍເປັນສູນການເງິນລະດັບພາກພື້ນ ແລະ ສາກົນ

(VOVWORLD) - ຕອນເຊົ້າວັນທີ 8 ຕຸລາ, ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການຖະແຫຼງຂ່າວ ກ່ຽວກັບເວທີປາໄສເສດຖະກິດນະຄອນໂຮ່ຈີມິນ ປີ 2019 ດ້ວຍຫົວຂໍ້ “ພັດທະນານະຄອນໂຮ່ຈີມິນກາຍເປັນສູນການເງິນລະດັບພາກພື້ນ ແລະ ສາກົນ”, ເຊິ່ງຈະດໍາເນີນໃນວັນທີ 18 ຕຸລາ.
ພັດທະນານະຄອນໂຮ່ຈີມິນ ກາຍເປັນສູນການເງິນລະດັບພາກພື້ນ ແລະ ສາກົນ - ảnh 1 ການຖະແຫຼງຂ່າວ

ນີ້ແມ່່ນປີທີ 2 ນະຄອນໂຮ່ຈີມິນ ຈັດຕັ້ງເວທີປາໄສເສດຖະກິດ ດ້ວຍຄວາມປາດຖະໜາຢາກລະດົມແຫຼ່ງກໍາລັງໃຫ້ບັນດາບັນຫາພັດທະນາເສດຖະກິດໃຫຍ່ຂອງນະຄອນ. ທີ່ເວທີປາໄສປີນີ້, ຈະປຶກສາຫາລືກ່ຽວກັບບັນດາເປົ້າໝາຍນໍານະຄອນໂຮ່ຈີມິນກາຍເປັນສູນການເງິນຂອງພາກພື້ນ ແລະ ສາກົນ ທີ່ໄດ້ວາງອອກແຕ່ດົນແລ້ວນັ້ນ ແລະ ປະກອບຄໍາເຫັນເພື່ອໃຫ້ບັນດາຄະນະ, ຂະແໜງການ ພ້ອມກັນປ່ຽນແປງຈິນຕະນາການ, ວິໄສທັດ, ຍຸດທະສາດ ເພື່ອບັນລຸໄດ້ເປົ້າໝາຍໂດຍໄວ. ທ່ານ ຈູຕ໊ຽນຢຸງ, ປະທານສະຫະສະມາຄົມວິສາຫະກິດ, ນະຄອນໂຮ່ຈີມິນ, ຮອງຫົວໜ້າຄະນະຈັດຕັ້ງເວທີປາໄສ, ໃຫ້ຮູ້ວ່າ:

        “ທີ່ເວທີປາໄສຄັ້ງນີ້, ການນໍານະຄອນ ປາດຖະໜາຢາກເຕົ້າໂຮມບັນດານັກຊ່ຽວຊານພາຍໃນ ແລະ ຕ່າງປະເທດ, ຮັບຟັງ ແລະ ຮັບເອົາຄໍາເຫັນ ເພື່ອສ້າງສໍາເລັດແຜນຮ່າງກໍ່ສ້າງນະຄອນໂຮ່ຈີມິນ ກາຍເປັນສູນການເງິນຂອງພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ກໍມີຄວາມປາດຖະໜາວ່າ ໂດຍຜ່ານເວທີປາໄສ, ນັກປະຖະກະຖາ ແລະ ນັກຊ່ຽວຊານ ຈະຢືນຢັນຄວາມເປັນໄປໄດ້, ສ້າງຄວາມເຫັນດີເປັນເອກະພາບສູງ”.


ຕອບກັບ

ຂ່າວ/ບົດ​ອື່ນ