ພັດທະນາວັດທະນະທຳໃຫ້ກ້າວຫນ້າ- ພື້ນຖານຟື້ນຕົວ ແລະ ພັດທະນາເສດຖະກິດແບບຍືນຍົງ

(VOVWORLD) -ບັນດານັກວິທະຍາສາດ, ນັກຄຸ້ມຄອງ ຜູ້ຕາງຫນ້າວິສາຫະກິດ ຫວຽດນາມ ໄດ້ປຶກສາຫາລືເຮັດແຈ້ງບັນດາເນື້ອໃນ, ຫນ້າທີ່, ມາດຕະການພັດທະນາວັດທະນະທຳໃຫ້ມີຄວາມກ້າວຫນ້າ
 
ພັດທະນາວັດທະນະທຳໃຫ້ກ້າວຫນ້າ- ພື້ນຖານຟື້ນຕົວ ແລະ ພັດທະນາເສດຖະກິດແບບຍືນຍົງ - ảnh 1ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ. (ພາບ:: toquoc.vn)

“ປະຊາຄົມວິສາຫະກິດແມ່ນໝາກຫົວໃຈຂອງພື້ນຖານເສດຖະກິດ”. ວັດທະນະທຳວິສາຫະກິດແມ່ນລະບົບຄຸນຄ່າ, ທັດສະນະ, ການກະທຳຄອບງຳເຖິງການສ້າງຕັ້ງ, ພັດທະນາວິສາຫະກິດ. ການພັດທະນາວັດທະນະທຳໃຫ້ກ້າວຫນ້າ ເວົ້າລວມ, ວັດທະນະທຳດຳເນີນທຸລະກິດເວົ້າສະເພາະ ແມ່ນມີຄວາມສຳຄັນຍິ່ງ, ປະກອບສ່ວນສ້າງເສດຖະກິດ ຫວຽດນາມແບບຍືນຍົງ ພິເສດໃນສະພາບການໃຫມ່”. ນີ້ແມ່ນສານຈາກເວທີປາໄສແຫ່ງຊາດກ່ຽວກັບວັດທະນະທຳວິສາຫະກິດ ດ້ວຍຫົວຂໍ້ “ພັດທະນາວັດທະນະທຳໃຫ້ກ້າວຫນ້າ- ພື້ນຖານຟື້ນຕົວ ແລະ ພັດທະນາເສດຖະກິດແບບຍືນຍົງ” ຊື່ງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 3 ທັນວາ.

ທີ່ເວທີປາໄສ, ບັນດານັກວິທະຍາສາດ, ນັກຄຸ້ມຄອງ ຜູ້ຕາງຫນ້າວິສາຫະກິດ ຫວຽດນາມ ໄດ້ປຶກສາຫາລືເຮັດແຈ້ງບັນດາເນື້ອໃນ, ຫນ້າທີ່, ມາດຕະການພັດທະນາວັດທະນະທຳໃຫ້ມີຄວາມກ້າວຫນ້າຈາກພາຍໃນ, ປະກອບສ່ວນເຂົ້າໃນພາລະກິດພັດທະນາວັດທະນະທຳໃຫ້ກ້າວຫນ້າ ແລະ ພັດທະນາເສດຖະກິດແບບຍືນຍົງ.

ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ ກໍ່ໄດ້ຢັ້ງຢືນ: ການສ້າງວັດທະນະທຳວິສາຫະກິດ ນັບມຶ້ື້ນັບມີຄວາມສຳຄັນໃນສະພາບເຊື່ອມໂຍງ, ຄວນສ້າງຄຸນຄ່າດ້ານວັດທະນະທຳການດຳເນີນທຸລະກິດ ຫວຽດນາມ ໃນສະພາບການໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ