ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ “ມູນ​ເຊື້ອ, ຮ່ວມ​ສຳ​ພັນ, ບຸກ​ທະ​ລຸ, ກວມ​ລວມ, ຮອບ​ດ້ານ ແລະ ຍືນ​ຍົງ”

(VOVWORLD) - ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ສຳນັກງານ ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາປະສານງານ ເຂດທົ່ງພຽງແມ່ນ້ຳແດງ ເປັນປະທານກອງປະຊຸມຄັ້ງທີ 3 ຂອງ ສະພາ ເພື່ອປະກາດການວາງແຜນຜັງ ເຂດທົ່ງພຽງແມ່ນ້ຳແດງ ໄລຍະ 2021 – 2030, ວິໄສທັດຮອດປີ 2050.
ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ “ມູນ​ເຊື້ອ, ຮ່ວມ​ສຳ​ພັນ, ບຸກ​ທະ​ລຸ, ກວມ​ລວມ, ຮອບ​ດ້ານ ແລະ ຍືນ​ຍົງ” - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ເຂດທົ່ງພຽງແມ່ນ້ຳແດງລວມມີ 11 ແຂວງ, ນະຄອນ, ໃນໄລຍະຜ່ານມາ, ເຂດທົ່ງພຽງແມ່ນ້ຳແດງ ໄດ້ສ້າງຕັ້ງ ແລະ ປະຕິບັດສຳເລັດຂໍ້ກຳນົດ, ກົດລະບຽບການຈັດຕັ້ງປະຕິບັດວຽກງານ ຂອງສະພາປະສານງານເຂດ, ໄດ້ໃຫ້ສັເຊັນອະນຸມັດການວາງແຜນຜັງ 9/11 ແຂວງໃນເຂດ, ໂດຍເລີ່ມລົງມືກໍ່ສ້າງ 7/20 ໂຄງການສຳຄັນຂອງເຂດ ແລະ ພວມປະຕິບັດສຳເລັດບັນດາລະບຽບການເພື່ອເລີ່ມລົງມືກໍ່ສ້າງ 8 ໂຄງການຕໍ່ໄປ ຕາມແຜນການວາງອອກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບຮູ້ຄວາມມານະພະຍາຍາມຂອງ ເຂດພ້ອມກັນນັ້ນກໍ່ ຕີລາຄາສູງການປະກອບສ່ວນຂອງເຂດເຂົ້າເສດຖະກິດສັງຄົມຂອງທົ່ວປະເທດ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຜັນຂະຫຍາຍການວາງແຜນຜັງ ແລະ ພັດທະນາເສດຖະກິດ - ສັງຄົມ ເຂດທົ່ງພຽງແມ່ນ້ຳແດງ ຕ້ອງມີການຮ່ວມສຳພັນ, ບຸກທະລຸ, ກວມລວມ, ຮອບດ້ານຍືນຍົງ, ເປັນມູນເຊື້ອ.

ກ່ຽວກັບບັນດາໜ້າທີ່, ວິທີການຈຸດສຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສ້າງແຜນການປະຕິບັດການວາງແຜນຜັງເຂດ ຢ່າງຮີບດ່ວນ ບົນຈິດໃຈ ມີຄວາມສະດວກດ້ານນະໂຍບາຍ, ລຸ້ລ່ວງກ່ຽວກັບພື້ນຖານໂຄງລ່າງ ແລະ ອັດສະລິຍະໃນການຄຸ້ມຄອງ.

ຕອບກັບ

ຂ່າວ/ບົດ​ອື່ນ