ພັດທະນາແບບຍືນຍົງເຂດພູດອຍ ແລະ ເຂດຊົນເຜົ່າສ່ວນຫນ້ອຍ

(VOVWORLD) - ພວກຂ້າພະເຈົ້າກຳນົດວຽກງານລົບລ້າງຄວາມທຸກຍາກ ແລະ ພັດທະນາແບບຍືນຍົງເຂດຊົນເຜົ່າສ່ວນໜ້ອຍຕ້ອງອີງໃສ່ກຳລັງພາຍໃນຂອງເຂົາເຈົ້າເອງ. 
 
ພັດທະນາແບບຍືນຍົງເຂດພູດອຍ ແລະ ເຂດຊົນເຜົ່າສ່ວນຫນ້ອຍ - ảnh 1 ເວທີປາໄສໃນວັນທີ 16 ພຶດສະພາ

ຕອນເຊົ້າວັນທີ 16 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະກຳມະການຊົນເຜົ່າສົມທົບກັບທະນາຄານໂລກ ຈັດຕັ້ງເວທີປາໄສພັດທະນາຊົນເຜົ່າສ່ວນໜ້ອຍປີ 2017 ດ້ວຍຫົວຂໍ້ “ການຮ່ວມມື, ເຊື່ອມຕໍ່ໜູນຊ່ວຍປະຊາຊົນເຜົ່າສ່ວນໜ້ອຍເລີ່ມອາຊີບ”. ທີ່ເວທີປາໄສ, ທ່ານ ໂດ໋ວັນຈ໋ຽນ, ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າກຳນົດວຽກງານລົບລ້າງຄວາມທຸກຍາກ ແລະ ພັດທະນາແບບຍືນຍົງເຂດຊົນເຜົ່າສ່ວນໜ້ອຍຕ້ອງອີງໃສ່ກຳລັງພາຍໃນຂອງເຂົາເຈົ້າເອງ. ດ້ວຍສະຖານທີ່ທີ່ກ້ວາງໃຫຍ່ ມີຊັບພະຍາກອນທຳມະຊາດ ອຸດົມສົມບູນ, ເຂດພູດອຍ ແລະ ເຂດຊົນເຜົ່າສ່ວນໜ້ອຍ ຫວຽດນາມ ຕ້ອງໄດ້ຮັບຮູ້ຄືແມ່ນເຂດດິນແດນຂອງກາລະໂອກາດພັດທະນາພິເສດແມ່ນຂົງເຂດ ກະສິກຳ, ຜະລິດດຳເນີນທຸລະກິດ, ປູກຕົ້ນໄມ້, ສັດ …”

        ສ່ວນທ່ານ ຮ່າວຽດກວນ, ຮອງຫົວໜ້າກົມຮ່ວມມືສາກົນ, ຄະນະກຳມະການຊົນເຜົ່າ ໃຫ້ຮູ້ວ່າ:

        “ໜ່ວຍປະຕິບັດງານຂອງພວກຂ້າພະເຈົ້າໄດ້ເຊື່ອມຕໍ່ກັບບັນດາຄູ່ຮ່ວມມື. ມຸ່ງໄປເຖິງການເຊັນສັນຍາກັບບັນດາວິສາຫະກິດເພື່ອໜູນຊ່ວຍປະຊາຊົນຊົນເຜົ່າສ່ວນໜ້ອຍ ບໍ່ພຽງແຕ່ດ້ານທຶນຮອນ, ການເຊື່ອມຕໍ່ຕະຫຼາດເທົ່ານັ້ນ ຫາກຍັງໜູນຊ່ວຍປະຊາຊົນຊົນເຜົ່າ ກ່ຽວກັບດ້ານຄວາມຮູ້, ທັກສະ ແລະ ກຳລັງຄວາມສາມາດເພື່ອສຳຜັດກັບຕະຫຼາດອີກດ້ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ