ພຸດທະສາສະໜາຫວຽດນາມສາມັກຄີພ້ອມກັບພຸດທະສາສະໜາບັນດາປະເທດສ້າງໂລກແຫ່ງສັນຕິພາບ

(VOVWORLD) -ຫວຽດນາມ, ຈີນ, ລາວ, ກຳປູເຈຍ ແລະ ໄທ ຍາມໃດກໍ່ມີການພົວພັນໝັ້ນຄົງ, ດີງາມ, ພ້ອມກັນຮ່ວມແຮງຮ່ວມໃຈສ້າງສັນຕິພາບໃນພາກພື້ນ.

ພຸດທະສາສະໜາຫວຽດນາມສາມັກຄີພ້ອມກັບພຸດທະສາສະໜາບັນດາປະເທດສ້າງໂລກແຫ່ງສັນຕິພາບ - ảnh 1 ບັນດາຄະນະຜູ້ແທນພຸດທະສາສະໜາ

(ພາບ: ຄະນະຈັດຕັ້ງ)

ຕອນບ່າຍວັນທີ 12 ພຶດສະພາ, ຢູ່ສູນວັດທະນະທຳພຸດທະສາສະໜາ ຕາມຈູ໊ກ, ແຂວງຮ່ານາມ, ທ່ານຫົວໜ້າຄະນະສາສະໜາລັດຖະບານຫວຽດນາມ ຫວູຈ໊ຽນທັ໊ງ ໄດ້ໃຫ້ການຕ້ອນຮັບບັນດາຄະນະຜູ້ແທນພຸດທະສາສະໜາ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຈີນ; ຄະນະຜູ້ແທນອົງການພຸດທະສາສະໜາສຳພັນລາວ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ; ຄະນະຜູ້ແທນພຸດທະສາສະໜາ ກຳປູເຈຍ ແລະ ກະຊວງພິທີກຳທາງສະໜາຂອງກຳປູເຈຍ; ຄະນະຜູ້ແທນພຸດທະສາສະໜາໄທ ແລະ ພຸດທະສາສະໜາ ນິການນິນະຍານ ມາຫວຽດນາມ ເຂົ້າຮ່ວມວັນບຸນວິສາຂະບູຊາຂອງສະຫະປະຊາຊາດ - Vesak 2019.

        ທ່ານ ຫວູຈ໊ຽນທັ໊ງ ຢືນຢັນວ່າ, ຫວຽດນາມ, ຈີນ, ລາວ, ກຳປູເຈຍ ແລະ ໄທ ຍາມໃດກໍ່ມີການພົວພັນໝັ້ນຄົງ, ດີງາມ, ພ້ອມກັນຮ່ວມແຮງຮ່ວມໃຈສ້າງສັນຕິພາບໃນພາກພື້ນ. ພຸດທະສາສະໜາຫວຽດນາມ ແລະ ພຸດທະສາສະໜາບັນດາປະເທດຈີນ, ລາວ, ກຳປູເຈຍ ແລະ ໄທ ກໍ່ມີການພົວພັນທີ່ສະໜິດຕິດແໜ້ນ, ພ້ອມກັນເພີ່ມພູນຄູນສ້າງຈິດໃຈ, ສານວັດທະນະທຳມະນຸດຂອງພຸດທະສາສະໜາ.

        ບັນດາຫົວໜ້າຄະນະຜູ້ແທນ ໄດ້ຕີລາຄາສູງວຽກງານຈັດຕັ້ງວັນບຸນວິສາຂະບູຊາຂອງສະຫະປະຊາຊາດ 2019 ແລະ ສະແດງຄວາມປະທັບໃຈຕໍ່ປະເທດຫວຽດນາມ ທີ່ສວຍງາມ, ຮັກແພງແຂກຄົນ. ວັນບຸນວິສາຂະບຸຊາ Vesak 2019 ແມ່ນການສະແດງໃຫ້ເຫັນການເຂົ້າຮ່ວມຢ່າງແຮງຂອງລັດຖະບານຫວຽດນາມ, ພຸດທະສາສະໜາຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍສະຫັດສະວັດຂອງສະຫະປະຊາຊາດ. ບັນດາຫົວໜ້າຄະນະຜູ້ແທນຖືກວ່າ, Vesak 2019 ທີ່ໄດ້ຮັບການຈັດຕັ້ງຢູ່ຫວຽດນາມ ບໍ່ພຽງແຕ່ແມ່ນການປະກອບສ່ວນໃຫ້ແກ່ພື້ນຖານສັນຕິພາບຂອງປະເທດໜຶ່ງເທົ່ານັ້ນ, ຫາກຍັງໄດ້ນຳສັນຕິພາບ ແລະ ຄວາມສາມັກຄີມາໃຫ້ແກ່ມວນມະນຸດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ