ພິ​ທີ ຍ້ອງ​ຍໍສັນ​ລະ​ເສີນ “ພະ​ນັກ​ງານ, ລັດ​ຖະ​ການ, ພາ​ລະ​ກອນ​ໜຸ່ມດີ​ເດັ່ນ” 44 ທ່ານໃນ​ທົ່ວ​ປະ​ເທດ ​ ຄັ້ງ​ທີ VIII, ປີ 2021

(VOVWORLD) -ຍ້ອງຍໍສັນລະເສີນ “ພະນັກງານ, ລັດຖະກອນ, ພາລະກອນໜຸ່ມດີເດັ່ນ” 44 ທ່ານໃນທົ່ວປະເທດ ຄັ້ງທີ VIII, ປີ 2021


ພິ​ທີ ຍ້ອງ​ຍໍສັນ​ລະ​ເສີນ “ພະ​ນັກ​ງານ, ລັດ​ຖະ​ການ, ພາ​ລະ​ກອນ​ໜຸ່ມດີ​ເດັ່ນ” 44 ທ່ານໃນ​ທົ່ວ​ປະ​ເທດ ​ ຄັ້ງ​ທີ VIII, ປີ 2021 - ảnh 1ບັນດາຜູ້ແທນໄດ້ຮັບການ ຍ້ອງຍໍສັນລະເສີນ (ພາບ: hanoimoi.com.vn)

ຕອນຄ່ຳວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບກະຊວງພາຍໃນຈັດພິທີຍ້ອງຍໍສັນລະເສີນ “ພະນັກງານ, ລັດຖະການ, ພາລະກອນໜຸ່ມດີເດັ່ນ” 44 ທ່ານໃນທົ່ວປະເທດ ຄັ້ງທີ VIII, ປີ 2021. ນີ້ແມ່ນບັນດາຜູ້ແທນລັດຖະກອນດີເດັ່ນ ພວມປະຕິບັດງານຢູ່ຕາມອົງການບໍລິຫານລັດ, ອົງການຈັດຕັ້ງມະຫາຊົນແຕ່ຂັ້ນຕາແສງຕະຫຼອດຮອດຂັ້ນສູນກາງ, ແມນພະນັກງານ, ນັກຮົບພວມປະຕິບັດງານໃນບັນດາກົມກອງທະຫານ, ຕຳຫຼວດ.

ກ່າວຄຳເຫັນທີພິທີຍ້ອງຍໍສັນລະເສີນ, ທ່ານ ເຈິ່ນແທັງເໝີ້ນ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຍາມໃດກໍ່ຕີລາຄາສູງບົດບາດໜ້າທີ່, ຄຸນນະທາດປະດິດຄິດສ້າງຂອງ ຊາວໜຸ່ມ. ດັ່ງນັ້ນ, ອົງການຊາວໜຸ່ມ ຄວນສືບຕໍ່ປຸກລຸກ, ລະດົມກຳລັງໃຈ ແລະ ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງໜຸ່ມ, ຫົວຄິດປະດິດສ້າງ ຂອງຊາວໜຸ່ມ ຢ່າງແຮງກ່ວາອີກ. ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເນັ້ນໜັກວ່າ:

ຂ້າພະເຈົ້າຫວັງວ່າ, ເຖິງວ່າຢູ່ຕ່ຳແໜງໜ້າທີ່ວຽກງານໃດກໍ່ຕາມ, ບັນດາສະຫາຍສືບຕໍ່ຢັ້ງຢືນຈິດໃຈເປັນເຈົ້າການ, ປະຈັນບານ, ມີຫົວຄິດປະດິດສ້າງ, ຄຸນນະທາດດ້ານການເມືອງຢ່າງໝັ້ນແກ່ນໃນການປະຕິບັດໜ້າທີ່, ຕັ້ງໜ້າເປັນເສນາທິການ, ສະເໜີ ຂໍ້ລິເລີ່ມເພື່ອປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ, ປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ວ່າດ້ວຍການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ຂອງ ປະທານໂຮ່ຈີມິນ ໃຫ້ເປັນຢ່າງດີ, ເພື່ອໃຫ້ສົມກັບເປັນ “ຜູ້ຮັບໃຊ້” ປະຊາຊົນ, ກາຍເປັນພະນັກງານ, ພົນລະເມືອງດີຂອງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ