ພິທີ “ແຫ່ນ້ຳ, ບູຊາປາ” - ມູນເຊື້ອຂອງບັນພະບຸລຸດສະໄໝລາດຊະວົງ ເຈິ່ນ

(VOVWORLD) - ປາທີ່ໄດ້ເລືອກເອົາເພື່ອບູຊາແມ່ນ ລອງງື (ປາໄນ) ແລະ ປາ ຈ່ຽວເດົາ (ປາໂດ).
ພິທີ “ແຫ່ນ້ຳ, ບູຊາປາ” - ມູນເຊື້ອຂອງບັນພະບຸລຸດສະໄໝລາດຊະວົງ ເຈິ່ນ - ảnh 1(ພິທີ “ແຫ່ນ້ຳ, ບູຊາປາ” - ເຊິ່ງແມ່ນໜຶ່ງໃນບັນດາພິທີກຳສຳຄັນ)

        ຕອນເຊົ້າວັນທີ 21 ກຸມພາ, ຢູ່ແຂວງ ນາມດິ້ງ, ໄດ້ຈັດພິທີ “ແຫ່ນ້ຳ, ບູຊາປາ” - ເຊິ່ງແມ່ນໜຶ່ງໃນບັນດາພິທີກຳສຳຄັນ ເພື່ອຕອບບຸນແທນຄຸນບັນພະບຸລຸດສະໄໝລາດຊະວົງ ເຈິ່ນ, ເຊິ່ງແມ່ນສະໄໝເລີ່ມຕົ້ນທຸລະກິດຈາກອາຊີບຫາປາ ແລະ ຕິດພັນກັບແມ່ນ້ຳ.

        ປາທີ່ໄດ້ເລືອກເອົາເພື່ອບູຊາແມ່ນ ລອງງື (ປາໄນ) ແລະ ປາ ຈ່ຽວເດົາ (ປາໂດ). ຕາມເທບນິຍາຍ, ຊື່ຂອງປາ 2 ຊະນິດນີ້ໄດ້ຕິດພັນກັບຊື່ຂອງບັນພະບຸລຸດ 2 ອົງສະກຸນ ເຈິ່ນ ນັ້ນແມ່ນ ເຈິ່ນກິງ ແລະ ເຈິ່ນລີ. ໂດຍໄດ້ຮັບການຟື້ນຟູຄືນໃໝ່ນັບແຕ່ປີ 2014 ພາຍຫຼັງ 100 ປີຖືກສູນຫາຍ, ພິທີ “ແຫ່ນ້ຳ, ບູຊາປາ” ແມ່ນພິທີກຳສຳຄັນໃນງານບຸນວິຫານ ເຈິ່ນ, ແຂວງ ນາມດິ້ງ ໃນຊຸມມື້ຕົ້ນປີໃໝ່. ທ່ານ ເຈິ່ນຄັກຮຽວ, ບ້ານ ໂລກເວື້ອງ, ນະຄອນ ນາມດິ້ງ, ໃຫ້ຮູ້ວ່າ:

        “ພິທີ “ແຫ່ນ້ຳ, ບູຊາປາ” ແມ່ນເພື່ອອາໄລຫາອາຊີບຂອງລຸ່ນປູ່ລຸ່ນພໍ່ພວກຂ້າພະເຈົ້ານັບແຕ່ສະໄໝລາດຊະວົງ ເຈິ່ນ. ພິທີຖືກສູນຫາຍນັບຮ້ອຍປີແລ້ວ, ປີນີ້ໄດ້ຟື້ນຟູຄືນໃໝ່. ພວກຂ້າພະເຈົ້າເຫັນວ່າ, ພິທີ “ແຫ່ນ້ຳ, ບູຊາປາ” ນີ້ຕ້ອງໄດ້ເກັບຮັກສາໄວ້ຕະຫຼອດໄປ”.

ຕອບກັບ

ຂ່າວ/ບົດ​ອື່ນ