​ພິ​ທີການ​ສະ​ເຫຼີມ​ສະຫຼອງ 70ປີ ແຫ່ງ​ໄຊ​ຊະ​ນະ​ດຽນ​ບຽ​ນ​ຝູ ນຳ​ລາຍ​ຮັບ​ສູງ​ມາ​ໃຫ້ຂະ​ແໜງ​ທ່ອງ​ທ່ຽວ ​ແຂວງ ດຽນ​ບຽນ

(VOVWORLD) -  ໃນຊຸມມື້ຈຸດສຸມ ຂອງການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດຽນບຽນຝູ, ຫໍພິພິທະພັນ ໄຊຊະນະປະຫວັດສາດ ດຽນບຽນຝູ ແລະ ສະຖານທີ່ຮ່ອງຮອຍປະຫວັດສາດ ຂຶ້ນກັບເຂດຮ່ອງຮອຍສະໜາມຮົບ ດຽນບຽນຝູ ໄດ້ຮັບແຂກທ່ອງທ່ຽວມາທ່ຽວນັບພັນເທື່ອຄົນຕໍ່ວັນ.
​ພິ​ທີການ​ສະ​ເຫຼີມ​ສະຫຼອງ 70ປີ ແຫ່ງ​ໄຊ​ຊະ​ນະ​ດຽນ​ບຽ​ນ​ຝູ ນຳ​ລາຍ​ຮັບ​ສູງ​ມາ​ໃຫ້ຂະ​ແໜງ​ທ່ອງ​ທ່ຽວ ​ແຂວງ ດຽນ​ບຽນ - ảnh 1ພາບປະກອບ: VOV

ວັນທີ 9 ພຶດສະພາ, ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງດຽນບຽນ ໃຫ້ຮູ້ວ່າ ນັບແຕ່ວັນທີ 1 ມັງກອນ ຫາວັນທີ 7 ພຶດສະພາ, ແຂວງດຽນບຽນ ໄດ້ຕ້ອນຮັບແຂກທ່ອງທ່ຽວ ກ່ວາ 1 ລ້ານເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນ 4,8 ລ້ານເທື່ອຄົນ. ຍອດລາຍຮັບຈາກການເຄື່ອນໄຫວທ່ອງທ່ຽວບັນລຸເກືອບ 1.900 ຕື້ ດົ່ງ (ປະມານ 74,6 ພັນ USD). ໃນຊຸມມື້ຈຸດສຸມ ຂອງການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດຽນບຽນຝູ, ຫໍພິພິທະພັນ ໄຊຊະນະປະຫວັດສາດ ດຽນບຽນຝູ ແລະ ສະຖານທີ່ຮ່ອງຮອຍປະຫວັດສາດ ຂຶ້ນກັບເຂດຮ່ອງຮອຍສະໜາມຮົບ ດຽນບຽນຝູ ໄດ້ຮັບແຂກທ່ອງທ່ຽວມາທ່ຽວນັບພັນເທື່ອຄົນຕໍ່ວັນ. ຫໍຄຸ້ມຄອງເຂດຮ່ອງຮອຍແຂວງ ດຽນບຽໜ ແລະ ຫໍພິພິທະພັນໄຊຊະນະ ປະຫວັດສາດ ດຽນບຽນຝູ ໄດ້ລະດົມທຸກແຫຼ່ງກຳລັງຢ່າງສຸດຂີດເພື່ອຮັບໃຊ້ຄວາມຕ້ອງການຂອງແຂກທ່ອງທ່ຽວ. ໄປຄຽງຄູ່ກັນນັ້ນ, ບັນດາການເຄື່ອນໄຫວ ຝືກແອບການເດີນສວນສະໜາມ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດຽນບຽນຝູ ໄດ້ສ້າງກຳລັງດຶງດູດທີ່ໃຫຍ່ຫຼວງໃຫ້ແກ່ແຂກທ່ອງທ່ຽວ ແລະ ປະຊາຊົນໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ