ພິ​ທີ​ຈູດ​ທູບ​ໃຕ້​ທຽນ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

(VOVWORLD) - ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຢັ້ງຢືນວ່າ ພັກ, ລັດ ທົ່ວລະບົບການເມືອງ ແລະ ສັງຄົມຍາມໃດກໍ່ເອົາໃຈໃສ່ຕໍ່ການຊີ້ນຳ, ນຳພາ ການປະຕິບັດວຽກງານຕອບບຸນແທນຄຸນ
ພິ​ທີ​ຈູດ​ທູບ​ໃຕ້​ທຽນ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ - ảnh 1ທ່ານພົນເອກ ຟານວັນຢາງ ຈູດທູບໃຕ້ທຽນສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: tuoitrethudo.com.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2023), ຕອນຄ່ຳວັນທີ 26 ກໍລະກົດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງສຶກສາ ແລະ ບຳລຸງສ້າງ, ນະຄອນໂຮ່ຈີມິນ ຈັດ “ພິທີຈູດທູບໃຕ້ທຽນ ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ” ຂັ້ນສູນກາງ.

ທີ່ພິທີ່, ບັນດາຜູ້ແທນໄດ້ກົ້ມຫົວໄວ້ອາໄລໜຶ່ງນາທີຕໍ່ ການເສຍສະຫຼະຊີວິດອັນຍິ່ງໃຫຍ່ ຂອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ເພື່ອເອກະລາດຊົນຊາດ, ເພື່ອຄວາມຜາສຸກ ຂອງປະຊາຊົນ. ບັນດາຜູ້ແທນ, ການນຳພ້ອມກັບສະມາຊິກຊາວໜຸ່ມ, ຊາວໜຸ່ມ ໄດ້ຖະຫວາຍດອກໄມ້, ຈູດທູບໃຕ້ທຽນ ສະແດງຄວາມຮູ້ບຸນຄຸນຢູ່ສຸສານແມ່ຫວຽດນາມ ວິລະຊົນ  ແລະ ບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ນະຄອນ ຮ່າໂນ້ຍ.

ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຢັ້ງຢືນວ່າ ພັກ, ລັດ ທົ່ວລະບົບການເມືອງ ແລະ ສັງຄົມຍາມໃດກໍ່ເອົາໃຈໃສ່ຕໍ່ການຊີ້ນຳ, ນຳພາ ການປະຕິບັດວຽກງານຕອບບຸນແທນຄຸນ, ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງທະຫານເສຍອົງຄະ, ທະຫານເຈັບປ່ວຍ, ພໍ່ແມ່ພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ