ພິທີຊັກທຸງ ອາຊຽນ ແລະ ທຸງຊາດ ຫວຽດນາມ

ພິທີຊັກທຸງ ອາຊຽນ ແລະ ທຸງຊາດ ຫວຽດນາມ - ảnh 1
(ພາບ:TTXVN)

 (vovworld)-​ ​ຕອນ​ເຊົ້າ​ວັນ​ທີ 8/8, ຢູ່ ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ(ຮ່າ​ໂນ້ຍ), ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ຈັດ​ຕັ້ງ​ພິ​ທີ​ຊັກ​ທຸງ ອາ​ຊຽນ ແລະ ທຸງຊາດ​ຫ​ວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 47 ປີ ແຫ່ງວັນ​ສ້າງ​ຕັ້ງ​ ອາ​ຊຽນ (8/8/1967-8/8/2014) ແລະ 19ປີ ແຫ່ງວັນ ຫວຽດ​ນາມ​ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ (28/7/1995-28/7/2014).

ໃນ​ວັນ​ທີ 8/8, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ ອາ​ຊຽນ ຈະ​ພ້ອມ​ກັນ ຊັກ​ທຸງ ອາ​ຊຽນ , ເພື່ອ​ສະ​ແດງຄວາມ​ຕັດ​ສິນ​ໃຈ ແລະ ສະ​ຕິ​ສ້າງ ​ປະ​ຊາ​ຄົມ ​ອາ​ຊຽນ ໃນ​ປີ 2015ຢ່າງ​ຈະ​ແຈ້ງ, ເສີມ​ຂະ​ຫຍາຍບົດ​ບາດ ແລະ ຮູບ​ພາບ​ຂອງ ອາ​ຊຽນ ແມ່ນຍາມ​ໃດ​ກໍ່​ຮັກ​ສາບັນ​ດາ​ຫຼັກ​ການ​ພື້ນ​ຖານ,ສາ​ມັກ​ຄີ,​ເປັນ​ເອ​ກະ​ພາບ​​ເປັນ​ເຈົ້າ​ການ, ມີ​ຫົວ​ຄິດປະ​ດິດ​ສ້າງ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ວາງ​ອອກ ​ໃນໄລ​ຍະ​ພັດ​ທະ​ນາ​ໃໝ່, ​ພິ​ເສດ​ແມ່ນ​ບັນ​ດາການທ້າ​ທາຍສຳ​ລັບ​ສັນ​ຕິ​ພາບ, ​ສະ​ຖຽນ​ລະ​ພາບ​ ແລະ ການພັດ​ທະ​ນາ​ຢູ່​ພາກ​ພື້ນ. ທຸງ ອາ​ຊຽນ ແມ່ນ​​ສັນ​ຍາ​ລັກ​​ແຫ່ງຄວາມ​ສາ​ມັກ​ຄີ, ບັນ​ດາຫຼັກ​ການ ແລະ ຄວາມມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ຊຽນ. ທຸງ ອາ​ຊຽນ​ ກໍ່​ສະ​ແດງ​ໃຫ້​ເປັນປະ​ຊາ​ຄົມ ອາ​ຊຽນ ທີ່ໝັ້ນ​ຄົງ, ສັນ​ຕິ​ພາບ, ສາ​ມັກ​ຄີ ແລະ ຂະ​ຫຍັນ​ຂັນ​ເຄື່ອນ.
         
ແລະກໍ່ໃນວັນ​ທີ 8/8, ສະຖານທູ​​ດ ຫວຽດນາມ ປະຈຳ ມາ​ເລ​ເຊຍ ​ໄດ້​ຈັດ​ຕັ້ງ​ພິທີ​ຊັກ​ທຸງ ອາ​ຊຽນ ​ແລະ ທຸງຊາດ ຫວຽດນາມ​ ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີ​ມສະຫຼອງ 47 ປີ​ແຫ່ງ​ວັນ​ສ້າງຕັ້ງ ອາ​ຊຽນ ​ແລະ 19 ປີ​ແຫ່ງ​ວັນ ຫວຽດນາມ ​ເຂົ້າ​ເປັນສະມາຊິກ ອາ​ຊຽນ  ຢ່າງ​ເປັນ​ທາງ​ການ (28/7/1995 – 28/7/2014).

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ມາ​ເລ​ເຊຍ ຫງວຽນ​ຮົ່ງທາວ ​ໄດ້​ທົບ​ທວນຄືນ​ວິວັດ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ ອາ​ຊຽນ ນັບ​ແຕ່ເວລາສ້າງ​ຕັ້ງເມື່ອ​ປີ 1967. ​ໂດຍ​ສະ​ແດງ​ຄວາມ​​ເປັນກຽດ ​ແລະ ຄວາມເອກອ້າງ​ທະ​ນົງ​ໃຈ​ເມື່ອ​ໄດ້​ເຮັດ​ວຽກ​ຢູ່ ມາ​ເລ​ເຊຍ, ໜຶ່ງ​ໃນ​ບັນດາ​ປະ​ເທດ​ສ້າງ​ຕັ້ງ ອາ​ຊຽນ ​ແລະ ​ແມ່ນ​ປະ​ເທດປະທານ ອາ​ຊຽນ ​ໃນ​ປີ 2015, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮົ່ງທາວ ຫວັງ​ວ່າ ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ບັນດາ​ປະ​ເທດ​ສະມາ​ຊິກ, ປະຊາ​ຄົມ ອາ​ຊຽນ ສາມັກຄີ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ​ຈະ​ໄດ້​ຮັບ​ການ​ສ້າງຂຶ້ນສຳ​ເລັດ​ໃນ​ປີ​ຈະ​ມາ​ເຖິງ. ທ່ານ​ເອກ​ອັກຄະ​ລັດຖະທູດ ກໍ່​ເນັ້ນ​ໜັກ​ວ່າ: 19 ປີ​​ແຫ່ງການເຂົ້າ​ເປັນສະມາຊິກ ອາ​ຊຽນ, ຫວຽດນາມ ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ເຄື່ອນໄຫວຂອງ ອາ​ຊຽນ ​ແລະ ພວມ​ສືບ​ຕໍ່​ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ສູ້​ຊົນ​ປະຕິບັດ​ຈຸດໝາຍ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015 ​ແລະ ​ໄລຍະ​ພັດທະນາ​ຕໍ່​ໄປ.

 

 


ຂ່າວ/ບົດ​ອື່ນ