ພິທີຊັກທຸງອາຊຽນຢູ່ລາວເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ

(VOVWORLD) -ຕອນເຊົ້າວັນທີ 10 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດລາວ, ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີຊັກທຸງອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 51 ປີແຫ່ງວັນສ້າງຕັ້ງອາຊຽນ (08 ສິງຫາ 1967 – 08 ສິງຫາ 2018) ຢ່າງສົມກຽດ.

ພິທີຊັກທຸງອາຊຽນຢູ່ລາວເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ - ảnh 1 ພິທີຊັກທຸງອາຊຽນຢູ່ລາວເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ

(ພາບ: vietnam+)

ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ເປັນປະທານພິທີ. ເຂົ້າຮ່ວມພິທີຊັກທຸງຍັງມີການນຳບັນດາກະຊວງຂອງລາວ ທີ່ກ່ຽວຂ້ອງເຖິງ 3 ເສົາຄ້ຳຕົ້ນຕໍໃນປະຊາຄົມອາຊຽນ; ເອກເອັກຄະລັດຖະທູດບັນດາປະເທດອາຊຽນ ແລະ ບັນດາຄູ່ເຈລະຈາຢູ່ລາວ ແລະ ຜູ້ຕາງໜ້າບັນດາອົງການສາກົນ.

        ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກເຖິງບັນດາຜົນສຳເລັດຂອງອາຊຽນ ໃນກວ່າເຄິ່ງສະຕະວັດຜ່ານມາ, ພ້ອມທັງໃຫ້ຮູ້ວ່າ, ອາຊຽນ ເປີດປະຕູກັບໂລກພາຍນອກ ແລະ ສວນບົດບາດສຳຄັນໃນໂຄງປະກອບພາກພື້ນເປີດກວ້າງ ແລະ ກວມລວມ ດ້ວຍໃຈກາງແມ່ນອາຊຽນ, ລາວ ມີຄວາມປິຕິຊົມຊື່ນເປັນສະມາຊິກຂອງອາຊຽນ.

          ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍສະແດງຄວາມຂອບອົກຂອບໃຈການໜູນຊ່ວຍ ແລະ ຊ່ວຍເຫຼືອຢ່າງທັນການຂອງບັນດາປະເທດສະມາຊິກອາຊຽນ, ສູນປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນການຄຸ້ມຄອງໄພພິບັດ (AHA), ບັນດາປະເທດຄູ່ເຈລະຈາ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໃນເຫດເຂື່ອນກັ້ນນ້ຳ ເຊປຽນ - ເຊນ້ຳນ້ອຍ ຢູ່ແຂວງອັດຕະປື ແຕກ ເມື່ອວັນທີ 23 ກໍລະກົດຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ