ພິທີຊັກທຸງອາຊຽນເນື່ອງໃນໂອກາດສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນ

ພິທີຊັກທຸງອາຊຽນເນື່ອງໃນໂອກາດສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນ - ảnh 1
ພິທີຊັກທຸງອາຊຽນເນື່ອງໃນໂອກາດ
ສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນ
(ພາບ: VGP)

​​(vovworld) – ຕອນ​ເຊົ້າ​ວັນ​ທີ 07/08, ຢູ່​ຮ່າ​​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຈັດ​ພິທີຊັກ​ທຸງ​ອາຊຽນ ເນື່ອງ​ໃນ​​ໂອກາດ​ສະ​ເຫຼີມສະຫຼອງ 48 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ (08/08/1967 – 08/08/2015) ຢ່າງ​ສົມ​ກຽດ. ພິທີ​ຊັກ​ທຸງ​ອາ​ຊຽນ ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ, ກົງ​ກັບ​ໂອກາດສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ ​ແມ່ນ​ສິ່ງ​ທີ່​ໜ້າ​ເອກອ້າງ​ຖະນົງ​ໃຈ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ຄະນະ​ເລຂາ​ອາ​ຊຽນ ​ເພື່ອ​ແນ​ໃສ່​ສະ​ແດງ​ການ​ເຊີດ​ຊູບັນດາ​ຄຸນ​ຄ່າລວມ ​ແລະ ​ໃຫ້​ຄຳໝັ້ນ​ສັນຍາ​ຊຸ​ກຍູ້​ຄວາມ​ສາມັກ​ຄີ, ການ​ຮ່ວມ​ມື, ຮ່ວມ​ສຳພັນ​ຂອງ​ອາ​ຊຽນ. ພິທີ​ຊັກ​ທຸງ​ປີນີ້ຍິ່ງ​ມີ​ຄວາມ​ໝາຍກວ່າ ​ເມື່ອ​ຫວຽດນາມ ຈັດ​ພິທີ​ສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ ດ້ວຍ​ຖາ​ນະ​ແມ່ນ​ສະມາຊິກ​ທີ່​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີຄວາມຮັບ​ຜິດ​ຊອບ.

ຂ່າວ/ບົດ​ອື່ນ