ພິທີຕ້ອນຮັບບຸນປີໃຫມ່ປະຈຳຊາດຢູ່ນະຄອນ Choisy Le Roi ປະເທດຝລັ່ງ


ພິທີຕ້ອນຮັບບຸນປີໃຫມ່ປະຈຳຊາດຢູ່ນະຄອນ Choisy Le Roi ປະເທດຝລັ່ງ - ảnh 1
ຊາວ​ຫວຽດ​ນາມ​ຢູ່​ຝ​ລັ່ງ​ຕ້ອນ​ຮັບ​ບຸນ​ເຕັດ2016
ພາບ:baomoi.com

(vovworld)- ຫວ່າງ​ແລ້ວນີ້, ສະ​ມາ​ຄົມ​ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ ນະ​ຄອນ Choisy Le Roi ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ ໃນ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມັກ​ຄີ ມິດ​ຕະ​ພາບ ລະ​ຫວ່າງ​ເພື່ອນ​ມິດ​ຝ​ລັ່ງ ແລະ ຫວຽດ​ນາມ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ຄອງ​ນະ​ຄອນ Choisy Le Roi, ທ່ານ Didier Guillaume ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ ຫງວຽນ​ງອກ​ເຊີນ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ Didier Guillaume ຖື​ວ່າ ພິ​ທີ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ຫວຽດ​ນາມ ຢູ່ ນະ​ຄອນ ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ບັນ​ດາ​ເພື່ອນ​ມິດ​ຝ​ລັ່ງ ທີ່​ມີ​ຄວາ​ມ​ຮັກ​ຕໍ່ຫວຽດ​ນາມ. ທ່ານ ກໍ​ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່​ຂອງ​ຫວຽດ​ນາມ ໃນ 3 ທົດ​ສະ​ວັດ​ຜ່ານ​ມາ ຍ້ອນ​ນະ​ໂຍ​ບາຍ​ເປີດ​ປະ​ຕູ ແລະ ເຊື່ອງ​ໂຍງ​ສຳ​ເລັດ​ຜົນ. ສ່ວນ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ງອກ​ເຊີນ ໄດ້​ຂອບ​ອົກ​ຂອບ​ໃຈ​ບັນ​ດາ​ເພື່ອນ​ມິດ​ຝ​ລັ່ງ ທີ່​ໄດ້​ສະ​ຫງວນ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ບໍ່​ພຽງ​ແຕ່​ອາ​ລົມ​ຈິດ​ຄວາມ​ຮັກ​ແພງ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ການ​ຊ່ວຍ​ເຫລືອ​ແທດ​ຈິງ ເພື່ອ​ຊ່ວຍ​ຫວຽດ​ນາມ ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ