ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ທ໊າຍ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ

(VOVWORLD) - ທ່ານປະທານປະເທດ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນທີ່ມີມໍລະດົກຂັບແທນ ສືບຕໍ່ເອົາໃຈໃສ່ສ້າງລາຍການໂຄສະນາ, ເຜີຍແຜ່ຢ່າງເລິກເຊິ່ງ, ກ້ວາງຂວາງ, ມີຫົວຄິດປະດິດສ້າງ...
ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ທ໊າຍ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ (ພາບ:Thống Nhất/TTXVN)

ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ທ໊າຍ ຢູ່ ຫວຽດນາມ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ ແລະ ພິທີໄຂງານບຸນແທ່ງຕວຽນ ປີ 2022 ດ້ວຍຫົວຂໍ້ວ່າ: “ເພື່ອທຳນອງຂັບແທນ ຍືນຍົງຄົງຕົວຕະຫຼອດການ” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 3 ກັນຍາ, ຢູ່ສະໜາມຫຼວງ ຫງວຽນເຕີດແທັ່ງ, ນະຄອນ ຕວຽນກວາງ, ແຂວງ ຕວຽນກວາງ.

          ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກເລື່ອງຢັ້ງຢືນ  “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ທ໊າຍ ຢູ່ ຫວຽດນາມ” ແມ່ນມໍລະດົກບໍ່ເປັນວັດຖຸນັ້ນ ແມ່ນເຄື່ອງໝາຍແຫ່ງຊາດ ເຊິ່ງໂລກສະຫງວນໃຫ້ແກ່ ຫວຽດນາມ, ຜ່ານນັ້ນປະກອບສ່ວນແນະນຳກັບເພື່ອນມິດສາກົນກ່ຽວກັບບັນດາມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດພູພຽງທາງພາກເໜືອ ຫວຽດນາມ, ປະກອບສ່ວນເຮັດໃຫ້ເຂດນີ້ຍິ່ງມີຄວາມດູດດື່ມຂຶ້ນຕື່ມ, ດຶງດູດແຂກທ່ອງທ່ຽວຫຼາຍກ່ວາ. ຍ້ອນເຫດນັ້ນ, ທ່ານປະທານປະເທດ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນທີ່ມີມໍລະດົກຂັບແທນ ສືບຕໍ່ເອົາໃຈໃສ່ສ້າງລາຍການໂຄສະນາ, ເຜີຍແຜ່ຢ່າງເລິກເຊິ່ງ, ກ້ວາງຂວາງ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນເພື່ອຊຸກຍູ້ຄວາມສະໜິດຕິດພັນໃນສັງຄົມ, ສົ່ງເສີມສະຕິກ່ຽວກັບສີສັນ ແລະ ຄວາມຮັບຜິດຊອບຂອງປະຊາຊົນທ້ອງຖິ່ນໃນການແຜ່ຂະຫຍາຍ ແລະ ການດຳເນີນຊີວິດໃນຊຸມຊົນ.

ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ທ໊າຍ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ - ảnh 2ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນ ອາໄລຫາ ປະທານໂຮ່ຈີມິນ ຢູ່ເຂດ ນ່າເນືອ

ໂດຍສືບຕໍ່ລາຍການເຮັດວຽກຢູ່ແຂວງ ຕວຽນກວາງ, ຕອນເຊົ້າວັນທີ 4 ກັນຍາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນ ອາໄລຫາ ປະທານໂຮ່ຈີມິນ ຢູ່ເຂດ ນ່າເນືອ, ບ້ານເຕີນເລິບ, ຕາແສງ ເຕີນຈ່າວ, ເມືອງ ເຊີນເຢືອງ, ເຊິ່ງເປັນສະຖານທີ່ ປະທານ ໂຮ່ຈີມິນ ອາໄສ, ເຮັດວຽກແຕ່ທ້າຍເດືອນ ພືດສະພາ ຮອດວັນທີ 22 ສິງຫາ 1945 ເພື່ອນຳພາການບຸກໂຈມຕີຄັ້ງໃຫຍ່ເດືອນ ສິງຫາ ຍາດຊີງເອົາອຳນາດການປົກຄອງໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ